ພາບປະກອບ: TTXVN

ການຊ້ອມຮົບຮ່ວມ UFS ປີນີ້ໄດ້ແກ່ຍາວເປັນເວລາ 10 ວັນ, ຈົນຮອດວັນທີ 28 ສິງຫາ ແລະ ຈະດຳເນີນໂດຍອີງຕາມການປະສົມປະສານບັນດາໄພນາຍຂູ່ໃນຕົວຈິງ, ລວມມີບັນດາບົດຮຽນປະສົບການຈາກບັນດາການປະທະກັນຫວ່າງມໍ່ໆມານີ້ເຂົ້າໃນກໍລະນີຝືກຊ້ອມ. ສ.ເກົາຫຼີ ແລະ ອາເມລິກາ ກໍເນັ້ນໜັ້ກວ່າ ເປົ້າໝາຍຫຼັກຂອງການຝືກຊ້ອມແມ່ນບໍ່ປ່ຽນແປງ, ນັ້ນແມ່ນແນໃສ່ຮັບມືກັບບັນດາຄວາມສ່ຽງຈາກພາຍນອກຕໍ່ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ. ຈຳນວນນັກຮົບສ.ເກົາຫຼີ ທີ່ເຂົ້າຮ່ວມແມ່ນປະມານ 18.000 ຄົນ, ທຽບເທົ່າກັບປີກາຍ. ຈຳນວນນັກຮົບອາເມລິກາ ທີ່ເຂົ້າຮ່ວມກໍ່ທຽບເທົ່າກັບກັນປີ 2024. ການຊ້ອມຮົບ UFS ປະຈຳປີ ມັກຖືກສປປ.ເກົາຫຼີຕຳໜິຕິຕຽນຢ່າງຮຸນແຮງ ແລະ ຖືວ່າ ສ.ເກົາຫຼີ ແລະ ອາເມລິກາ ພວມກະກຽມສົງຄາມເພື່ອຕ້ານ ສປປ.ເກົາຫຼີ. ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 10 ສິງຫາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສປປ.ເກົາຫຼີ No Kwang Chol ເວົ້າແຈ້ງວ່າ ສປປ.ເກົາຫຼີ ກ່າວປະນາມຢ່າງຮຸນແຮງບັນດາການກະທຳເກາະຜິດຂອງ ອາເມລິກາ ແລະ ສ.ເກົາຫຼີ, ພ້ອມທັງຢັ້ງຢືນຈະປະຕິບັດສິດປ້ອງກັນຕົວເອງຕໍ່ໜ້າບໍ່ວ່າການປະທຳເກາະຜິດໃດທີ່ເກີນຂີດຈຳກັດ.