ອ່າວ Marina, ສິງກະໂປ (ພາບ: THX/TTXVN) |
ວັນທີ 8 ສິງຫາ, ໃນສານວັນຊາດ, ທ່ານ ນາຍົກລັດຖະມົນຕີ Lawrence Wong ຖືວ່າ ໃນສະພາບການໂລກໃນປັດຈຸບັນ, ສິງກະໂປ ຕ້ອງຮັກສາຄວາມຜູກພັນ, ຕິດສິນໃຈ ແລະ ສະມັດຕະພາບທີ່ພົ້ນເດັ່ນ, ພ້ອມທັງຕ້ອງກ້າວໄວກວ່າ, ປັບຕົວໄດ້ດີກວ່າ ແລະ ປ່ຽນແປງໃໝ່ຕາມທິດອັດສະລິຍະກວ່າ. ສິ່ງດັ່ງກ່າວໝາຍຄວາມວ່າ ສິງກະໂປ ຕ້ອງກຳແໜ້ນບັນດາເຕັກໂນໂລຢີໃໝ່ເຊັ່ນ ປັນຍາປະດິດ (AI) ແລະ ຫຸ້ນຍົນ, ພ້ອມທັງໝູນໃຊ້ເຕັກໂນໂລຢີໃນທົ່ວພື້ນຖານເສດຖະກິດຢ່າງມີປະສິດທິຜົນ.
ທ່ານ Lawrence Wong, ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສິງກະໂປ ຖືວ່າ ລັດຖະບານ ສິງກະໂປ ຕ້ອງສ້າງເງື່ອນໄຂເພື່ອໃຫ້ປະຊາຊົນ, ຜູ້ອອກແຮງງານ ແລະ ວິສາຫະກິດໝູນໃຊ້ເຕັກໂນໂລຢີຢ່າງສຸດຂີດ ແລະ ຍົກສູງທ່າໄດ້ປຽບແກ້ງແຍ້ງ. ທ່ານນາຍົກລັດຖະມົນຕີກໍໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ຈະສືບຕໍ່ຮ່ວມເດີນທາງພ້ອມກັບປະຊາຊົນໃນວິວັດທະນາການນີ້, ຄືດັ່ງໄດ້ປະຕິບັດໃນຕະຫຼອດ 6 ທົດສະວັດຜ່ານມາ.

