ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຕ້ອນຮັບທ່ານ Gerry Brownlee ປະທານສະພາແຫ່ງຊາດ ນິວຊີແລນ |
ການຢ້ຽມຢາມ ຫວຽດນາມຂອງທ່ານ Gerry Brownlee ປະທານສະພາແຫ່ງຊາດ ນິວຊີແລນ ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ນິວຊີແລນ ພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃນການຕ້ອນຮັບທ່ານ Gerry Brownlee ປະທານສະພາແຫ່ງຊາດ ນິວຊີແລນ ໃນຕອນບ່າຍວັນທີ 29 ສິງຫາ ຢູ່ຮ່າໂນ້ຍ, ເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 27 ສິງຫາ ຫາວັນທີ 31 ສິງຫາ 2025.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ ການຍົກລະດັບການພົວພັນ ຫວຽດນາມ - ນິວຊີແລນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເມື່ອເດືອນ ກຸມພາ 2025 ໄດ້ເປີດໄລຍະຮ່ວມມືໃໝ່, ນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງກວ່າ, ທັງຢູ່ໃນແງ່ມູມສອງຝ່າຍ ແລະ ຫຼາຍຝ່າຍ.
ສ່ວນທ່ານປະທານສະພາແຫ່ງຊາດ ນິວຊີແລນ ໄດ້ຕີລາຄາວ່າ ຫວຽດນາມ ພວມມີທີ່ຕັ້ງບົດບາດນັບມື້ນັບສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທ່ານປາດຖະໜາວ່າ ຈະເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.
ການນຳສອງທ່ານເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຮ່ວມມືກັນຢ່າງເລິກເຊິ່ງກວ່າອີກໃນບັນດາຂົງເຂດການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ສອງຝ່າຍກໍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນ ສປຊ.
ຫວຽດເກື່ອງ

