ທ່ານ Ang Wee Seng ຜູ້ອຳນວຍການຝ່າຍບໍລິຫານ SSIA ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: TTXVN)

ວັນທີ 24 ມີນາ, ຫ້ອງການການຄ້າ ຫວຽດນາມ ປະຈຳສິງກະໂປ ໄດ້ສົມທົບກັບສະຫະສະມາຄົມອຸດສາຫະກຳເຄິ່ງຊັກນຳ ສິງກະໂປ (SSIA) ຈັດກອງປະຊຸມສຳມະນາເພື່ອແນໃສ່ແນະນຳຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຍຸດທະສາດພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳຢູ່ ຫວຽດນາມ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ Ang Wee Seng ຜູ້ອຳນວຍການຝ່າຍບໍລິຫານ SSIA ໃຫ້ຮູ້ວ່າ ຫວຽດນາມ ພວມກາຍເປັນສະຖານທີ່ສຳຄັນໃຫ້ແກ່ບັນດາບ້ວງເງິນລົງທຶນເຂົ້າໃນການປ່ຽນແປງໃໝ່, ຜະລິດ ແລະ ເຄິ່ງຊັກນຳຢ່າງໄວວາ, ໂດຍໄດ້ຮັບການໜູນຊ່ວຍຈາກບັນດາຄຳໝັ້ນສັນຍາຢ່າງແຮງຂອງ ລັດຖະຍານ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ໄດ້ຮັບການປັບປຸງກໍ່ຄືການກຳນົດຍຸດທະສາດຂອງ ຫວຽດນາມ ໃນລະບົບສະໜອງພາກພື້ນ. ຫວຽດນາມ ພວມດຶງດູດຄວາມສົນໃຈທີ່ນັບມື້ນັບເພີ່ມຂຶ້ນໃນທົ່ວລະບົບມູນຄ່າເຄິ່ງຊັກນຳ, ນັບແຕ່ການອອກແບບຕະຫຼອດຮອດກການຕິດຕັ້ງ, ທົດລອງ ແລະ ຫຸ້ມຫໍ່. ບັນດາຜະລິດຕະພັນຜະລິດເອເລັກໂຕນິກ ແລະ ເຕັກໂນໂລຢີພວມມີການພັດທະນາຢ່າງແຮງຢູ່ ຫວຽດນາມ ພວມຊຸກຍູ້ຄວາມຕ້ອງການກ່ຽວກັບເຄິ່ງຊັກນຳ. ກ່ຽວກັບການກຳນົດທິດພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໃນໄລຍະຈະມາເຖິງ, ທ່ານ ກາວຊວນທັ້ງ ທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳ ສິງກະໂປ ຖືວ່າ ບັນດາວິສາຫະກິດ ຫວຽດນາມ ພວມສຸມໃສ່ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃນຂົງເຂດເຕັກນິກເຄິ່ງຊັກນຳ, ສຸມໃສ່ຄົ້ນຄ້ວາພັດທະນາວັດຖຸອຸປະກອນເອເລັກໂຕນິກລຸ້ນໃໝ່ສະສົມຊິບໃຊ້ງານສະເພາະ, ຊິບ AI, ເພີ່ມທະວີການຮ່ວມມືສາກົນ ແລະ ດຶງດູດເງິນລົງທຶນຈາກບັນດາກຸ່ມບໍລິສັດເຄິ່ງຊັກນຳໃຫຍ່ຂອງໂລກ, ຜ່ານນັ້ນກໍ່ຮ່ຳຮຽນເອົາບົດຮຽນປະສົບການພັດທະນາ ແລະ ຖ່າຍທອດເຕັກໂນໂລຢີທີ່ກ້າວໜ້າ, ຊຸກຍູ້ການລົງທຶນເຂົ້າພື້ນຖານໂຄງລ່າງເຕັກໂນໂລຢີ ເພື່ອຕອບສະໜອງບັນດາເປົ້າໝາຍຂອງຍຸດທະສາດພັດທະນາຂະແໜງ.