ການນຳສອງອົງການນິຕິບັນຍັດ ໄດ້ເນັ້ນໜັກວ່າ ຕ້ອງສືບຕໍ່ເຮັດໃຫ້ການຮ່ວມມື ຫວຽດນາມ - ອູເບກິດສະຖານ ເລິກເຊິ່ງໃນທຸກຂົງເຂດ ແລະ ບັນດາທ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະ ພົວພັນແລກປ່ຽນປະຊາຊົນ; ເພີ່ມທະວີການຮ່ວມມື ແລະ ແບ່ງປັນບົດຮຽນປະສົບການລະຫວ່າງບັນດາກຳມາທິການ, ກຸ່ມສະມາຊິກລັດຖະສະພາ; ຕິດຕາມ ແລະ ເລັ່ງລັດປະຕິບັດບັນດາຂໍ້ຕົກລົງຮ່ວມມືເຊິ່ງລັດຖະບານສອງຝ່າຍໄດ້ລົງນາມ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນເປີດກວ້າງການຮ່ວມມືກັບລັດຖະສະພາກັບບັນດາປະເທດຢູ່ພາກພື້ນ.
ຕີລາຄາການຮ່ວມມືສາກົນ - ການຄ້າ ລະຫວ່າງ ຫວຽດນາມ ແລະ ອູເບກິດສະຖານ ຍັງມີກຳລັງບົ່ມຊ້ອນ ແລະ ທ່າໄດ້ປຽບຫຼາຍຢ່າງທີ່ຍັງບໍ່ທັນຂຸດຄົ້ນ, ການນຳສອງທ່ານຕົກລົງເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ, ການຕະຫຼາດ; ອຳນວຍຄວາມສະດວກເພື່ອໃຫ້ວິສາຫະກິດສອງປະເທດເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມລົງທຶນ - ການຄ້າ; ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານ - ນ້ຳມັນອາຍແກັສ, ບັນດາຂົງເຂດເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມຕ້ອງການ.
ພາຍຫຼັງການພົບປະສອງຝ່າຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານປະທານສະພາສູງ Tanzila Narbaeva ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ.
ເລຕວຽດ
