(ທີ່ກອງປະຊຸມສຳມະນາ)

ໄຊຊະຂອງການປະຕິວັດເດືອນ ສິງຫາ 1945 ແມ່ນຈຸດສຸດຍອດຂອງການປະຕິວັດປົດປ່ອຍຊາດ ຕາມເສັ້ນທາງກຳມະຊີບ. ນັ້ນແມ່ນໄຊຊະນະຂອງພູມປັນຍາ, ຄຸນນະທາດ ແລະ ສິລະປະການນຳທີ່ສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ, ນຳໜ້າແມ່ນປະທານ ໂຮ່ຈິມິນ. ນີ້ແມ່ນຄຳຢືນຢັນຂອງ ພົນຕີ ຫງວຽນວັນດຶກ, ຫົວໜ້າກົມໂຄສະນາສຶກສາ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ທີ່ກອງປະຊຸມສຳມະນາ “ກຳລັງແຮງທາງການເມືອງຈິດໃຈປະຕິວັດເດືອນ ສິງຫາ ປີ 1945 - ຄວາມໝາຍຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມ ໃນສັງກາດໃໝ່” ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 07 ສິງຫາ, ຢູ່ ຮ່າໂນ້ຍ. ກອງປະຊຸມສຳມະນາໂດຍໂຮງຮຽນນາຍທະຫານການເມືອງ ເປັນປະທານ, ສົມທົບກັບກົມໂຄສະນາສຶກສາ ແລະ ໜັງສືພິມປະຊາຊົນ ຈັດຂຶ້ນ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ໄຈ້ແຍກ, ເຮັດແຈ້ງບັນດາຜົນງານ, ບົດຮຽນຂອງການປະຕິວັດ; ພິເສດແມ່ນເນັ້ນໜັກເຖິງການໝູນໃຊ້ບົດຮຽນດັ່ງກ່າວໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສັງກາດໃໝ່. ທ່ານພົນຈັດຕະວາ, ຮອງສາດສະດາຈານ, ປອ ຫງວຽນວັນເຊົາ, ຮອງຫົວໜ້າວິທະຍາຄານຍຸດທະສາດ ແລະ ປະຫວັດສາດປ້ອງກັນປະເທດ ຫວຽດນາມ, ເນັ້ນໜັກວ່າ:

“ການປະຕິວັດເດືອນ ສິງຫາ ແມ່ນການປະຕິວັດທີ່ຍິ່ງໃຫຍ່, ແມ່ນແບບຢ່າງພົ້ນເດັ່ນກ່ຽວກັບກຳລັງແຮງທາງການເມືອງຈິດໃຈ. ໃນເກືອບ 8 ທົດສະວັດຜ່ານມາ, ກຳລັງແຮງທາງການເມືອງ, ຈິດໃຈຂອງການປະຕິວັດເດືອນ ສິງຫາ 1945 ໄດ້ຮັບການສືບທອດ ແລະ ເສີຂະຫຍາຍຢ່າງບໍ່ຢຸດຢັ້ງນັບທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ; ພິເສດໃນການສ້າງກອງທັບ ກໍ່ຄືພາລະກິດປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມ, ຈາກອະດີດ, ປະຈຸບັນ ແລະ ໃນອະນາຄົດ.”