ໜັງສືພິມລາຍວັນ People’s Daily, ຂ່າວກ່ຽວກັບການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈີ້ນຜິງ ຢູ່ ຫວຽດນາມ (ພາບ: VOV)

ໜັງສືພິມລາຍວັນ People’s Daily, ເຊິ່ງເປັນກະບອກສຽງຂອງຄະນະບໍລິຫານງານສູນກາງພັກ ຄອມມູນິດ ຈີນ, ໄດ້ສະຫງວນທັງໜ້າທີ 1,ທີ 2, ສ່ວນໜຶ່ງຂອງໜ້າທີ 3 ແລະ ໜ້າທີ່ 5 ເພື່ອໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ຄະນະຜູ້ແທນຂັ້ນສູງ ຈີນ ຢູ່ ຫວຽດນາມ, ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງສອງປະເທດ ແລະ ການພົວພັນ ຫວຽດ - ຈີນ.

ສຳນັກຂ່າວສານ ຊີນຮວາ ໄດ້ໃຫ້ຂ່າວກ່ຽວກັບການພົບປະເຈລະຈາລະຫວ່າງເລຂາທິການໃຫຍ່ສອງທ່ານ. ບໍ່ພຽງແຕ່ໄດ້ລົງຂ່າວ, ບົດເປັນຈຳນວນຫຼາຍຂອງການຢ້ຽມຢາມ ແລະ ການພົວພັນ ຫວຽດນາມ - ຈີນ ເທົ່ານັ້ນ, ບັນດາອົງການສື່ມວນຊົນໃຫຍ່ຂອງ ຈີນ ຍັງໄດ້ແນະນຳສາລະຄະດີ, ຄຼິບ, ວິດີໂອກ່ຽວກັບວິຖີຊີວິດ, ອາຫານການກິນຂອງຊາວ ຮ່າໂນ້ຍ ແລະ ທັດຊະນີຍະພາບຂອງທົ່ວປະເທດ ຫວຽດນາມ ໃນສື່ສັງຄົມອອນໄລຕ່າງໆ ເພື່ອໃຫ້ປະຊາຊົນ ຈີນ ມີຄວາມເຂົ້າໃຈກ່ຽວກັບປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ ຫຼາຍກວ່າອີກ.

ບິກທ້ວນ