ບົດຂຽນກ່ຽວກັບການພົວພັນລະຫວ່າງສອງປະເທດ ຫວຽດນາມ - ສ.ເກົາຫຼີ (ພາບ: VOV) |
ວັນທີ 11 ສິງຫາ, ບັນດາສື່ມວນຊົນໃຫຍ່ຂອງ ສ.ເກົາຫຼີ ລ້ວນແຕ່ລົງຂ່າວກ່ຽວກັບການພົບປະເຈລະຈາລະຫວ່າງການນຳສອງປະເທດ ສ.ເກົາຫຼີ - ຫວຽດນາມ ຢ່າງລົ້ນຫຼາມ, ພ້ອມທັງຕີລາຄາສູງບັນດາຂໍ້ຕົກລົງເຊິ່ງສອງປະເທດບັນລຸໄດ້. ສຳນັກຂ່າວສານ Yonhap ອົງການສື່ມວນຊົນແຖວໜ້າ ສ.ເກົາຫຼີ ໄດ້ລົງຂ່າວດ້ວຍຫົວຂໍ້ວ່າ “ການນຳສຸດຍອດ ສ.ເກົາຫຼີ - ຫວຽດນາມ ເຫັນດີເປັນເອກະພາບມານະພະຍາຍາມບັນລຸເປົ້າໝາຍນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 150 ຕື້ USD”. ບົດຂຽນໄດ້ຊີ້ແຈ້ງວ່າພາຍຫຼັງການພົບປະເຈລະຈາ, ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານ ໂຕເລິມ ເລຂາທິການໃຫຍ່ ຫວຽດນາມ ໄດ້ປະກາດຂໍ້ຕົກລົງກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດຫຼັກແລະ ແງ່ຫວັງການຮ່ວມມືສອງຝ່າຍໃນບັນດາຂົງເຂດຄື ປັນຍາປະດິດ, ພະລັງງານທົດແທນ, ໄຟຟ້ານິວເຄຼຍ, ເຕັກໂນໂລຢີຊີວະສາດ, ເສັ້ນທາງລົດໄຟຄວາມໄວສູງ…
ສ່ວນບັນດາອົງການສື່ມວນຊົນຄື: Chosun Online, Korea Daily... ໄດ້ໃຫ້ຂໍ້ສັງເກດວ່າ ໝາກຜົນຂອງການພົບປະເຈລະຈາແມ່ນຈຸດພົ້ນເດັ່ນສຳຄັນໃນການພົວພັນສອງປະເທດ, ສ້າງພື້ນຖານເພື່ອໃຫ້ແກ່ການຮ່ວມມືສອງຝ່າຍພັດທະນາຢ່າງແທ້ຈິງ ໃນໄລຍະຈະມາເຖິງ. ສື່ມວນຊົນ ສ.ເກົາຫຼີ ຍັງຄັດສະເໜີຄຳເວົ້າຂອງທ່ານປະທານາທິບໍດີ Lee Jae Myung ທີ່ເຊື້ອເຊີນຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ຂໍ້ຕົກລົງເພີ່ມທະວີການສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍລະອຽດແມ່ນ ວົງການນັກວິເຄາະດ້ານການເມືອງ ສ.ເກົາຫຼີ ໄດ້ໃຫ້ຂໍ້ສັງເກດວ່າ ແມ່ນສັນຍານສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງ ສ.ເກົາຫຼີ ທີ່ມີຕໍ່ບົດບາດຂອງ ຫວຽດນາມ ໃນເວທີສາກົນ.
ລົງຂ່າວກ່ຽວກັບການຢ້ຽມຢາມດັ່ງກ່າວ, ສຳນັກຂ່າວສານ Reuters (ອັງກິດ) ແລະ ເວັບໄຊ devdiscourse.com (ອິນເດຍ) ໄດ້ໃຫ້ຂໍ້ສັງເກດວ່າ ການພົບປະກັນລະຫວ່າງການນຳສອງທ່ານ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງ ສ.ເກົາຫຼີ ແລະ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ຍຸດທະສາດ.
ໃນຂະນະນັ້ນ, ເວັບໄຊ ainvest.com (ອາເມລິກາ) ກໍ່ໄດ້ລົງບົດຂຽນຖືວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ສ.ເກົາຫຼີ - ຫວຽດນາມ ແມ່ນສັນຍາລັກຂອງການເຕີບໂຕເສດຖະກິດ. ການພົບປະຂັ້ນສູງລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ ຫວຽດນາມ ແລະ ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ໄດ້ສ້າງຂີດໝາຍໄລຍະຫຼັກໃນການພົວພັນສອງຝ່າຍ, ພ້ອມທັງສະແດງໃຫ້ເຫັນຄວາມມານະພະຍາຍາມຂອງສອງປະເທດໃນການລົງທຶນຍຸດທະສາດໃຫ້ແກ່ພື້ນຖານໂຄງລ່າງ ແລະ ພະລັງງານ.

