ສື່ມວນຊົນລາວ ສັນລະເສີນໄຊຊະນະການປະຕິວັດເດືອນສິງຫາ (ພາບ: VOV) |
ໃນໜັງສືພິມ ປະຊາຊົນ (ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດ) ຂອງ ລາວ ໄດ້ລົງບົດຂຽນ ທີ່ມີຫົວຂໍ້ “ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອພາລະກິດແຫ່ງການສ້າງສາປະເທດຊາດ”. ບົດຂຽນໄດ້ຢັ້ງຢືນວ່າ ໄຊຊະນະຂອງການປະຕິວັດເດືອນສິງຫາ 1945 ໄດ້ນຳຊາດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດເອກະລາດຊົນຊາດຕິດພັນກັບສັງຄົມນິຍົມ. ຜ່ານໄລຍະ 80 ປີມານີ້, ຫວຽດນາມ ບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດໃນທຸກຂົງເຂດ.
ພາຍຫຼັງໄລຍະເກືອບ 40 ປີແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ສືບທອດມູນເຊື້ອ ແລະ ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້, ຫວຽດນາມ ພວມສືບຕໍ່ຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນນຳລະດັບການເຕີບໂຕເສດຖະກິດເພີ່ມຂຶ້ນສູງ ແລະ ເປັນປົກກະຕິ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ຮັກສາເອກະລາດ, ອະທິປະໄຕ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ.

