(ພາບປະກອບ: dangcongsan.vn)

ວັນທີ 05 ສິງຫາ, ເວັບໄຊ ainvest.com ຂອງ ອາເມລິກາ ໄດ້ລົງບົດຂຽນຖືວ່າ ຫວຽດນາມ ມີຄວາມອາດສາມາດຕ້ານທານຕໍ່ຄວາມກົດດັນທົ່ວໂລກທີ່ໜ້າປະທັບໃຈ ເມື່ອຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທີ 2 ປີ 2025 ໄດ້ເພີ່ມຂຶ້ນ 7,96% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

ລະດັບການເຕີບໂຕ GDP ໃນໄຕມາດທີ 2 ປີ 2025 ບັນລຸລະດັບ 7,96% ຍ້ອນຂົງເຂດອຸດສາຫະກຳເພີ່ມຂຶ້ນ 10,3% ແລະ ຂົງເຂດການບໍລິການເພີ່ມຂຶ້ນ 8,14%. ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ໃຫ້ຄຳໝັ້ນສັນຍາໃນເຄິ່ງຕົ້ນປີ 2025 ບັນລຸ 21,5 ຕື້ USD, ເພີ່ມຂຶ້ນ 32,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ນີ້ໄດ້ຊີ້ໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈແບບຍືນຍົງເຂົ້າໃນລະບົບຊີວະພາບອຸດສາຫະກຳຂອງ ຫວຽດນາມ.

ບົດຂຽນໄດ້ສະຫຼຸບກ່ຽວກັບຄວາມອາດສາມາດຕ້ານທານກ່ຽວກັບເສດຖະກິດຂອງ ຫວຽດນາມ ໃນໄຕມາດທີ 2 ປີ 2025, ໄດ້ສະແດງໃຫ້ເຫັນຜ່ານການຄວບຄຸມໄພເງິນເຟີ້ຢ່າງມີປະສິດທິຜົນ, ການເຕີບໂຕ GDP ໝັ້ນຄົງ ແລະ ແຫຼ່ງທຶນ FDI ຢ່າງແຮງ, ໄດ້ຢືນຢັນທີ່ຕັ້ງຂອງ ຫວຽດນາມ ຄືດັ່ງສະຖານທີ່ລົງທຶນຍຸດທະສາດ.