ສຳນັກຂ່າວສານ Europa Press ໄດ້ຄັດຄຳເວົ້າຂອງທ່ານນາຍົກລັດຖະມົນຕີ Pedro Sánchez ໂດຍເນັ້ນຫນັກວ່າ ຫວຽດນາມ ແມ່ນປະເທດໃຫຍ່ຢູ່ ອາຊີ. (ພາບ: TTXVN)

ເມື່ອເຕື້ອງເຖິງການຢ້ຽມຢາມ, ສຳນັກຂ່າວສານ Europa Press ຂອງ ແອດສະປາຍ ໄດ້ຄັດຄຳເວົ້າຂອງທ່ານນາຍົກລັດຖະມົນຕີ Pedro Sánchez ໂດຍເນັ້ນຫນັກວ່າ ຫວຽດນາມ ມີບົດບາດນັບມື້ນັບເຕີບໃຫຍ່ໃນເວທີສາກົນ. 50 ປີພາຍຫລັງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ບັນລຸໄດ້ການເຕີບໂຕເສດຖະກິດເປັນປົກກະຕິ ແລະເຂັ້ມແຂງ, ສະເລ່ຍປະມານ 6%/ປີ ໃນຕະຫລອດ 2 ທົດສະວັດຜ່ານມາ. ຕາມການນຳ ແອດສະປາຍແລ້ວ, ນີ້ແມ່ນຕົວເລກຫນ້າປະທັບໃຈ.

ແລະກໍຕາມ Europa Press ແລ້ວ, ທ່ານນາຍົກລັດຖະມົນຕີ Pedro Sánchez ຢືນຢັນ: ແອດສະປາຍ ພວມສ້າງຍຸດທະສາດການຕ່າງປະເທດໃຫມ່ ຊ່ວຍເພີ່ມທະວີການພົວພັນກັບບັນດາປະເທດທີ່ຂະຫຍັນຂັນເຄື່ອນ ແລະສຳຄັນ ຄື ຫວຽດນາມ.