Tajikistan, Uzbekistan và Kyrgyzstan ເຊັນຂໍ້ຕົກລົງປະຫວັດສາດຢຸດຕິການຂັດແຍ້ງກັນຢູ່ເຂດຊາຍແດນ (ພາບ: Daryo)

ວັນທີ 31 ມີນາ ຢູ່ Khujand (Tajikistan), ປະມຸກລັດ 3 ປະເທດ ອາຊີກາງ ລວມມີ: Tajikistan, Kyrgyzstan và Uzbekistan ໄດ້ເຊັນຂໍ້ຕົກລົົງມີລັກສະນະປະຫວັດສາດກ່ຽວກັບ...ຊາຍແດນລະຫວ່າງສາມປະເທດ, ຢຸດຕິສະພາບການຂາດດ້ານນິຕິກຳກ່ຽວກັບເລື່ອງນີ້ຈາກສະໄຫມຖະແຫລງປະກາດເອກະລາດ. ເຫດການນີ້ ດຳເນີນຢູ່ກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງສາມປະເທດ. ແລະ ກໍ່ໃນເຫດການນີ້, ປະທານາທິບໍດີ ສາມປະເທດ ຍັງລົງນາມໃນຖະແຫລງການ Khujand ກ່ຽວກັບ “ນ້ຳໃຈມິດຕະພາບຕະຫລອດການ”

ກ່ອນຫນ້ານັ້ນ ວັນທີ 13 ມີນາ, ທ່ານ Emomali Rahmon ປະທານາທິບໍດີ Tajikistan ພ້ອມກັບຄູຕຳແຫນ່ງ Kyrgyzstan ທ່່ານ Sadyr Japarov ໄດ້ຢຸດຕິການຂັດແຍ້ງກັນຢູ່ເຂດຊາຍແດນທີ່ຍາວນານ ລະຫວ່າງສອງປະເທດ ດ້ວຍການລົງນາມໃນສັນຍາກ່ຽວກັບຊາຍແດນລະຫວ່າງສອງປະເທດ. ຂໍ້ຕົກລົງໃຫມ່ກ່ຽວກັບຈຸດຄົບກັນຂອງຊາຍແດນສາມປະເທດດ່ັງກ່າວໃນຄວາມຈິງ ໄດ້ຮັບຮູ້ເລື່ອງແກ້ໄຂສຸດທ້າຍບັນຫາຊາຍແດນລະຫວ່າງ Tajikistan ແລະ Kyrgyzstan ພາຍຫລັງເກືອບ 23 ປີແຫ່ງການເຈລະຈາ.