ສັບປະດາພະລັງງານຣັດເຊຍ2025 (ພາບ: VOV) |
ວັນທີ 15 ຕຸລາ, ສັບປະດາພະລັງງານຣັດເຊຍ2025 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫຼວງມົດສະກູ, ສ.ຣັດເຊຍ. ກິດຈະກຳໃນ 3 ວັນ ເລີ່ມແຕ່ ວັນທີ 15-17 ຕຸລາ, ນີ້ແມ່ນໜຶ່ງໃນບັນດາເວທີປາໄສພະລັງງານສາກົນໃຫຍ່ທີ່ສຸດ ຈັດໂດຍລັດຖະບານ ສ.ຣັດເຊຍ, ກະຊວງພະລັງງານຣັດເຊຍ ແລະ ກອງທຶນ Roscongress ສົມທົບກັນຈັດຕັ້ງຂຶ້ນ. ທ່ານ ບູ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີຫວຽດນາມ ນຳພາຄະນະຜູ້ແທນຫວຽດນາມເຂົ້າຮ່ວມເວທີປາໄສດັ່ງກ່າວ.
ດ້ວຍຫົວຂໍ້ ‘’ຮ່ວມກັນສ້າງອະນາຄົດພະລັງງານ’’, ເວທີປີນີ້ດຶງດູດຜູ້ແທນເຂົ້າຮ່ວມຫຼາຍກວ່າ 5000 ຄົນ ຈາກ 85 ປະເທດ, ເຊິ່ງແມ່ນ ບັນດາປະມຸກລັດ, ການນຳລັດຖະບານ, ອົງການຈັດຕັ້ງສາກົນ, ກຸ່ມບໍລິສັດພະລັງງານ ແລະ ບັນດານັກຊ່ຽວຊານແຖວໜ້າຂອງໂລກ. ກ່າວຄຳເຫັນຢູ່ທີ່ການເຮັດວຽກ, ທ່ານ ຮອງນາຍົກ ບູ່ຍແທັງເຊີນ ຢືນຢັນວ່າ:
ຕະຫຼອດໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ຈົນເຖິງການສ້າງສາ ແລະ ພັດທະນາປະເທດຊາດ, ຫວຽດນາມ ຍາມໃດກໍໄດ້ຮັບການຊ່ວຍເຫຼືອຂອງ ສະຫະພາບໂຊວຽດໃນເມື່ອກ່ອນ ແລະ ສະຫະພັນຣັດເຊຍ ໃນປະຈຸບັນ. ດ້ວຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພວກເຮົານຳເອົາສາຍພົວພັນນີ້ພັດທະນາໃຫ້ສົມກັບຄວາມມຸ່ງຫວັງ, ປາຖະໜາ, ເປີດກ້ວາງການຮ່ວມມືເພື່ອຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸບໍ່ຕໍ່າກວ່າ 10 ຕື້ ໂດລາ USD.

