(ທີ່ການໂອ້ລົມເຈລະຈາ)

ໂດຍຕອບຮັບຄຳເຊີນຂອງທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ Gerry Brownlee, ປະທານສະພາແຫ່ງຊາດ ນິວຊີແລນ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 27 – 31 ສິງຫາ. ຕອນເຊົ້າວັນທີ 28 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ໄດ້ເປັນປະທານພິທີຕ້ອນຮັບທ່ານ Gerry Brownlee, ປະທານສະພາແຫ່ງຊາດ ນິວຊີແລນ. ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ດຳເນີນການໂອ້ລົມເຈລະຈາ.

ທີ່ການໂອ້ລົມເຈລະຈາ, ທ່ານ ເຈິ່ນແທັງເໝີ້ນ, ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງ ແລະ ຮັດແໜ້ນການພົວພັນດ້ານການເມືອງ ຜ່ານບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາຄະນະ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ກຸ່ມສະມາຊິກລັດຖະສະພາໜຸ່ມຂອງ 2 ປະເທດ; ທ່ານສະເໜີໃຫ້ 2 ກະຊວງການຕ່າງປະເທດຂອງ 2 ປະເທດ ສ້າງໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ສົມບູນແບບໂດຍໄວ; ທ່ານສະເໜີໃຫ້ ນິວຊີແລນ ໜູນຊ່ວຍບຳລຸງສ້າງ, ຍົກສູງກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ໃນການເຂົ້າຮ່ວມການເຄືຶ່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, 2 ຝ່າຍມີບັນດາມາດຕະການບຸກທະລຸເພື່ອນຳວົງເງິນການຄ້າໃຫ້ບັນລຸ 3 ຕື້ USD ໃນປີ 2026 ໂດຍໄວ; ພ້ອມກັນນັ້ນ, ກໍ່ໝູນໃຊ້ໂອກາດຈາກບັນດາສັນຍາການຄ້າເສລີເຊິ່ງທັງ 2 ປະເທດລ້ວນແຕ່ເປັນສະມາຊິກຢ່າງສຸດຂີດ…

ສ່ວນທ່ານ Gerry Brownlee, ປະທານສະພາແຫ່ງຊາດ ຢືນຢັນວ່າ, ນິວຊີແລນ ພ້ອມແລ້ວທີ່ຈະພິຈາລະນາເພີ່ມການນຳເຂົ້າບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ ເຂົ້າຕະຫຼາດ ນິວຊີແລນ, ຜ່ານນັ້ນ, ກໍ່ຊ່ວຍໃຫ້ການຄ້າ 2 ປະເທດເຕີບໂຕ ບັນລຸລະດັບ 3 ຕື້ USD ໂດຍໄວ. ການນຳສະພາແຫ່ງຊາດ 2 ທ່ານກໍ່ເຫັນດີຕ້ອງສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ, ອາຊຽນ ແລະ ບັນດາເວທີປາໄສໂດຍ ອາຊຽນ ນຳພາ.