ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

“ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະກຳນົດຮູບແບບການເຕີບໂຕໃໝ່ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”. ນີ້ແມ່ນສານໂດຍທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມຍົກອອກມາຢູ່ກອງປະຊຸມພົບປະລະຫວ່າງ ການນຳພັກ, ລັດ ກັບພະນັກງານຜູ້ອາວຸໂສການປະຕິວັດ, ຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍດີເດັ່ນເຂດພາກໃຕ້ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 21 ເມສາຢູ່ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 - 30/04/2025).

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມຢັ້ງຢືນວ່າ ປະຫວັດສາດການປະຕິວັດ ຫວຽດນາມ ໄດ້ຈົດຈຳບົດບາດຄວາມພິລະອາດຫານ, ຢຶດໝັ້ນຄວາມຈົ່ງຮັກພັກດີ ແລະ ບັນດາພະນັກງານຜູ້ປະຕິວັດອາວຸໂສການ, ບັນດາອະດີດນັກຮົບ, ອະດີດຊາວໜຸ່ມຕະລຸນບ່ອນ ແລະ ກອງທະຫານລາດປ້ອງກັນຕົວ, ບັນດາຜູ້ຄົນໄດ້ເສຍສະຫຼະເລືອດເນື້ອຂອງຕົນເພື່ອພື້ນຖານເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາເປັນເອກະພາບ ແລະ ຜູ້ຄົນຍັງອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ການພັດທະນາ ຂອງປະເທດຊາດໃນປັດຈຸບັນ. ທ່ານເລຂາທິການໃຫຍ່ ໂຕເລິມ ແຈ້ງໃຫ້ບັນດາຜູ້ແທນຮັບຊາບບັນດາບັນຫາສຳຄັນຂອງປະເທດຊາດ, ບັນດາແຜນນະໂຍບາຍເຊິ່ງພັກ, ລັດ ຈະຜັນຂະຫຍາຍໃນໄລຍະຈະມາເຖິງ. ທ່ານໃຫ້ຮູ້ວ່າ:

ເພື່ອພັດທະນາບັນດາວຽກງງານນີ້, ໃນເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ກຳນົດຮູບແບບການເຕີບໂຕໃໝ່ຂອງພື້ນຖານເສດຖະກິດແຫ່ງຊາດ ແລະ ສ້າງພື້ນຖານການສຶກສາແຫ່ງຊາດທີ່ທັນສະໄໝທຽບເທົ່າກັບລະດັບພາກພື້ນ ແລະ ໂລກ. ພວກຂ້າພະເຈົ້າຈະປະກາດມະຕິກ່ຽວກັບການສຶກສາບຳລຸງສ້າງດ້ວຍເປົ້າໝາຍຈົນຮອດປີ 2045, ພວກເຮົາຕ້ອງມີຊາວໜຸ່ມທີ່ມີຄຸນນະທາດຢ່າງພຽງພໍ, ມີຈິນຕະນາການ, ພູມປັນຍາ, ມີສຸຂະພາບແຂງແຮງ, ມີລະດັບສູງເພື່ອສືບທອດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ທ່ານເລຂາທິການໃຫຍ່ ໂຕເລີມ ພົບປະກັບ ບັນດານາຍທະຫານ, ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ, ອະດີດຊາວໜຸ່ມຕະລຸ່ມບອນ, ນັກສືບຂ່າວ ປະຊາຊົນຜູ້ເຂົ້າຮ່ວມໂດຍກົງໃນບັ້ນຮົບໂຮ່ຈິມິນປະຫວັດສາດ

ໂດຍສືບຕໍ່ການເຄື່ອນໄຫວຢູ່ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍ ພາກໃຕ້ ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຕອນບ່າຍວັນທີ 21 ເມສາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ໂອ້ລົມກັບຜູ້ແທນຫຼາຍກ່ວາ 400 ຄົນ, ໃນນັ້ນມີບັນດານາຍທະຫານ, ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ, ອະດີດຊາວໜຸ່ມຕະລຸ່ມບອນ, ນັກສືບຂ່າວ ປະຊາຊົນຜູ້ເຂົ້າຮ່ວມໂດຍກົງໃນບັ້ນຮົບໂຮ່ຈິມິນປະຫວັດສາດ (1975).

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລີມ ຢືນຢັນວ່າ ບັນດາຜູ້ແທນທີ່ເຂົ້າຮ່ວມບັ້ນຮົບໂຮ່ຈິມິນ ແມ່ນຕົວແທນໃຫ້ບັນດານັກວິລະຊົນຂອງຊາດທີ່ໄດ້ຮັບຄວາມເຄົາລົບນັບຖືຈາກເພື່ອນມິດໃນທົ່ວໂລກ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ: ໄຊຊະນະອັນຍິ່ງໃຫຍ່ເມື່ອວັນທີ 30 ເມສາປີ 1975 ແມ່ນສັນຍາລັກແຫ່ງຄວາມອົງອາດກ້າແກ່ນເພື່ອຄວາມເປັນເອກະລາດ, ສັນຕິພາບ, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານເລຂາທິການໃຫຍ່ໂຕເລີມໃຫ້ຮູ້ວ່າ:

“ຄົນລຸ່ນປັດຈຸບັນ ແລະ ອະນາຄົດ ຮູ້ບຸນຄຸນ ແລະ ຈາລຶກຕຸນງາມຄວາມດີຂອງພັກ, ຂອງລຸງໂຮ່, ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ປະຊາຊົນທຸກຊັ້ນວັນນະ, ໃນນັ້ນມີບັນດານາຍພົນ, ນັກວິລະຊົນຂອງກອງທັບ ແລະ ຕຳຫຼວດປະຊາຊົນ, ຊາວໜຸ່ມຕະລຸ່ມບອນ, ຊາວໜຸ່ມອາສາສະໝັກ”.