ທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

ໂດຍຕອບສະໜອງຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ສສ. ຫວຽດນາມ ເລືອງເກື່ອງ, ວັນທີ 14 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ. ຈີນ ສີຈິ້ນຜິງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມໃນລະຫວ່າງວັນທີ 14 – 15 ເມສາ.

ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດໃນປີ 2025, ການຢ້ຽມຢາມຫວຽດນາມ ຄັ້ງທີ 4 ຂອງທ່ານ ທ່ານເລຂາທິການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ ແລະ ຄັ້ງທີ 2 ໃນອະຍຸການດຽວ ສະແດງໃຫ້ເຫັນການຖືເປັນສຳຄັນຢູ່ລະດັບສູງຂອງພັກ, ລັດ ຈີນ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ສສ. ຈີນ ສີຈິ້ນຜິງ ໃນນາມສ່ວນຕົນຕໍ່ການພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໃຫ້ຮູ້ວ່າ:

ການນຳພັກ, ລັດ ຫວຽດນາມມີຄວາມລໍຄອຍປາດຖະໜາຕໍ່ການຢ້ຽມຢາມຈະບັນລຸໄດ້ບັນດາໝາກຜົນໃນດ້ານຕ່າງໆຄື: ເພີ່ມທະວີການແລກປ່ຽນຍຸດທະສາດຂັ້ນສູງ, ພິເສດແມ່ນການພົບປະເປັນປະຈຳລະຫວ່າງການນຳສູງສຸດຂອງສອງພັກ, ສອງລັດ ຜ່ານນັ້ນເປັນພື້ນຖານອັນໝັ້ນແກ່ນໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແບ່ງປັນບົດຮຽນປະສົບການກ່ຽວກັບການຄຸ້ມຄອງ ແລະ ພັດທະນາປະເທດຊາດ, ກຳນົດທິດໃຫ້ແກ່ການພັດທະນາທີ່ມີສະຖຽນລະພາບ, ໂປ່ງໃສຂອງການພົວພັນສອງຝ່າຍໃນສະພາບການສາກົນ ແລະ ພາກພື້ນສືບຕໍ່ມີການຜັນແປທີ່ສັບສົນ.