ທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ (ພາບ: TTXVN) |
ໂດຍຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ຮ່າໂນ້ຍ, ທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເຊື່ອໝັ້ນວ່າ ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະເປີດສັງກາດພັດທະນາໃໝ່, ສ້າງກຳລັງໜູນຢ່າງແຮງໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ໃນໄລຍະຈະມາເຖິງ.
ທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຖືວ່າ 5 ປີຈະມາເຖິງຈະແມ່ນໄລຍະ ຫວຽດນາມບັນລຸໄດ້ບາດກ້າວພັດທະນາຢ່າງຮອບດ້ານ ແລະ ບຸກທະລຸຢ່າງແຮງ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງປະເທດຊາດ ແລະ ທີ່ຕັ້ງບົດບາດສາກົນ. ອາດສັງລວມຢູ່ສາມບາດກ້າວບຸກທະລຸໃຫຍ່ນັ້ນແມ່ນ: ທີໜຶ່ງ, ບຸກທະລຸກ່ຽວກັບຄວາມສາມາດໃນການຄຸ້ມຄອງບໍລິຫານປະເທດຊາດ; ທີສອງ, ບຸກທະລຸກ່ຽວກັບຄວາມສາມາດບົ່ມຊ້ອນສັງລວມຂອງປະເທດຊາດ ແລະ ທີສາມແມ່ນບຸກທະລຸກ່ຽວກັບລະດັບຜົນສະທ້ອນ ແລະ ທີ່ຕັ້ງບົດບາດສາກົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

