ທ່ານນາຍົກລັດຖະມົນຕີ ເອທີໂອເປີຍ Abiy Ahmed Ali (ພາບ: TTXVN)

ວັນທີ 14 ເມສາ, ກະຊວງການຕ່າງປະເທດ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີ ເອທີໂອເປີຍ Abiy Ahmed Ali ແລະ ພັນລະຍາ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ ຄັ້ງທີ 4. ການຢ້ຽມຢາມຈະດຳເນີນແຕ່ວັນທີ 14 - 17 ເມສາ.