ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: VOV) |
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ໂດຍປະຕິບັດຄຳສັ່ງສະບັບທີ 07 ຂອງນາຍົກລັດຖະມົນຕີ ປີ 2024 ກ່ຽວກັບການປ່ຽນແປງໃໝ່ການບໍລິຫານ, ຍົກສູງປະສິດທິຜົນການຜະລິດ, ດຳເນີນທຸລະກິດ ແລະ ຊຸກຍູ້ການລົງທຶນພັດທະນາຂອງບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່, ລັດວິສາຫະກິດຢ່າງແຮງ, ບັນດາວິສາຫະກິດໄດ້ສ້າງ, ຜັນຂະຫຍາຍບັນດາແຜນການຫັນເປັນດີຈີຕອນຢູ່ວິສາຫະກິດ ແລະ ເປັນເຈົ້າການເຂົ້າຮ່ວມໂຄງການດຳເນີນງານກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:
“ມະນຸດແມ່ນມີຄວາມສຳຄັນທີ່ສຸດ, ພະນັກງານແມ່ນມີຄວາມສຳຄັນທີ່ສຸດ. ຜູ້ນຳ ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ແມ່ນບຸກຄົນທີ່ຍອດຍິ່ງ. ພວກເຮົາຕ້ອງນຳໃຊ້ສິ່ງຍອດຍິ່ງນັ້ນຄືແນວໃດໃນຈຸດເວລາຫຍຸ້ງຍາກດ້ານການຄ້າຄືໃນປັດຈຸບັນ. ພວກເຮົາຕ້ອງຊອກຫາທຸກວິທີເພື່ອຜ່ານຜ່າ. ບໍ່ພຽງແຕ່ຜ່ານຜ່າເທົ່ານັ້ນ, ຫາກຍັງຕ້ອງປະຕິບັດໃຫ້ດີກວ່າ. ຂ້າພະເຈົ້າຫວັງວ່າ ໃນກອງປະຊຸມຄັ້ງນີ້ຈະບັນລຸໄດ້ຄວາມເປັນເອກະພາບກ່ຽວກັບຄວາມຮັບຮູ້, ການກະທຳ, ແບບວິທີ, ວິທີເຮັດ, ເພື່ອຕັດສິນໃຈປະກອບສ່ວນນຳການເຕີບໂຕບັນລຸກວ່າ 8% ແລະ ຄວບຄຸມໄພເງິນເຟີ້, ຮັບປະກັນວຽກເຮັດງານທຳ, ວິທີຫາເງິນລ້ຽງຊີບຂອງປະຊາຊົນ, ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ.”

