ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນ ເອີລົບ (EIB) (ພາບ: VGP) |
ຕອນບ່າຍວັນທີ 12 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນ ເອີລົບ (EIB), ພ້ອມກັບການນຳຂັ້ນສູງຂອງ EIB ແລະ ກຸ່ມບໍລິສັດ Brosnan Norden (ເຢຍລະມັນ).
ທ່ານນາຍົກລັດຖະມົນຕີ ສະເໜີ EIB ແລະ ຫວຽດນາມ ເຊັນສັນຍາ ODA ລຸ້ນໃໝ່, ດ້ວຍຂອບຂະໜາດດ້ານການເງິນໃຫຍ່ກ່ວາ, ດອກເບ້ຍບຸລິມະສິດກ່ວາເກົ່າ, ມີລະບຽບການບໍລິຫານຢ່າງງ່າຍດາຍກ່ວາ, ເງື່ອນໄຂບໍ່ເຂັ້ມງວດກ່ວາ, ບໍ່ພຽງແຕ່ສະໜອງການເງິນໃຫ້ແກ່ພາກລັດເທົ່ານັ້ນ ຫາກຍັງໜູນຊ່ວຍເງື່ອນໄຂໃຫ້ແກ່ທົ່ວພາກເອກະຊົນຂອງ ຫວຽດນາມອີກດ້ວຍ. ພ້ອມກັບການເງິນ, EIB ໄດ້ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງ ແລະ ເຄື່ອນໄຫວລະບົບການເງິນປະສົບຜົນສຳເລັດ, ຍືນຍົງ; ໜູນຊ່ວຍ, ຖ່າຍທອດເຕັກໂນໂລຢີທີ່ກ້າວໜ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດການຄຸ້ມຄອງໃຫ້ແກ່ ຫວຽດນາມ.
ສ່ວນທ່ານນາງ Nicola Beer ໃຫ້ຮູ້ວ່າ EIB ໄດ້ສ້າງຕັ້ງການພົວພັນຮ່ວມມືດ້ານການເງິນ ກັບ ຫວຽດນາມນັບແຕ່ປີ 1997, ໄດ້ຮ່ວມມື, ໜູນຊ່ວຍພັດທະນາພື້ນຖານໂຄງລ່າງ, ສິ່ງແວດລ້ອມ ແລະ ພະລັງງານຢູ່ ຫວຽດນາມ, ໃນນັ້ນມີບັນດາໂຄງການ Metro ຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ທ່ານນາງ Nicola Beer ຊີ້ແຈ້ງວ່າ EIB ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ຜ່ານບັນດາໂຄງການລະອຽດ, ພ້ອມກັບ ຫວຽດນາມ ສູ້ຊົນໃຫ້ແກ່ເປົ້າໝາຍການເຕີບໂຕບັນລຸ 8%ໃນປີ 2025 ແລະ ສອງຕົວເລກໃນຊຸມປີຕໍ່ໄປ.

