ທ່ານຮອງນາຍົກລັດຖະມົນຕີຈີນ Ding Xuexiang ກ່າວຄຳເຫັນທີ່ພິທີ(ພາບ: THX/TTXVN)

ກ່າວຄຳເຫັນທີ່ພິທີໄຂ ກອງປະຊຸມປະຈຳປີ ເວທີປາໄສອາຊີ ປົວຢາວ (BFA) 2025 ຢູ່ເທດສະບານ ປົວຢາວ ຂຶ້ນກັບແຂວງ ໄຮໜານ ຂອງຈີນໃນວັນທີ 27 ມີນາ, ທ່ານຮອງນາຍົກລັດຖະມົນຕີ ຈີນ Ding Xuexiang ໄດ້ຮຽກຮ້ອງນ້ຳໃຈສາມັກຄີຂອງບັນດາປະເທດເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະ ພັດທະນາ. ທ່ານຮອງນາຍົກລັດຖະມົນຕີ Ding Xuexiang ຖືວ່າ ບັນດາປະເທດຕ້ອງຮ່ວມແຮງຮ່ວມໃຈ, ພ້ອມກັນມຸ່ງໄປສູ່ອະນາຄົດ, ພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ພ້ອມກັນສ້າງຊາຍຄາລວມອາຊີ ແລະ ສ້າງອະນາຄົດທີ່ສົດໃສກ່ວາໃຫ້ແກ່ອາຊີ ແລະ ໂລກ. ໃນບົດກ່າວປາໄສ, ທ່ານ Ding Xuexiang ຍົກອອກ 4 ຂໍ້ສະເໜີ, ທີໜຶ່ງ, ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບຜົນປະໂຫຍດຫຼັກແຫຼ່ງ ແລະ ຄວາມສົນໃຈໃຫຍ່ຂອງກັນ, ຊຸກຍູ້ການຄຸ້ມຄອງທົ່ວໂລກຕາມທິດມີຄວາມສະເໝີພາບ ແລະ ສົມເຫດສົມຜົນກ່ວາ. ທີສອງ, ຊຸກຍູ້ການຫັນເສດຖະກິດເປັນໂລກາພິວັດ ຜ່ານການເປີດເຜີຍ ແລະ ເຊື່ອມໂຍງ, ຢຶດໝັ້ນກັບລັດທິພາກພື້ນເປີດ ແລະ ຊຸກຍູ້ການເຊື່ອມໂຍງ, ເຊື່ອມຕໍ່ເສດຖະກິດພາກພື້ນ. ທີສາມ, ຊຸກຍູ້ຄວາມວັດທະນາຖາວອນ ແລະ ການພັດທະນາຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພ້ອມກັນຍາດໄດ້ໄຊຊະນະ, ປະຕິບັດບັນດາຂໍ້ລິເລີ່ມພັດທະນາທົ່ວໂລກ, ເພີ່ມທະວີ ການຮ່ວມມືປ່ຽນແປງໃໝ່ວິທະຍາສາດ ແລະ ເຕັກໂນໂລຢີ, ໜູນຊ່ວຍໃຫ້ແກ່ການພັດທະນາຂອງທຸກປະເທດໃຫ້ດີກ່ວາອີກ. ທີສີ່, ປົກປ້ອງຄວາມໝັ້ນຄົງ ແລະ ສະຖຽນລະພາບ, ຮ່ວມດຳລົງຊີວິດໃນສັນຕິພາບ, ແກ້ໄຂຄວາມແຕກໂຕນກັນ ແລະ ການຂັດແຍ້ງກັນຜ່ານການສົນທະນາ ແລະ ປຶກສາຫາລື.