ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV) |
ຕອນບ່າຍວັນທີ 21 ເມສາ, ຢູ່ນະຄອນ ຝຸກວັກ, ເມື່ອກ່າວຄຳເຫັນໃນການເຮັດວຽກກັບການນຳແຂວງ ກຽນຢາງ ກ່ຽວກັບສະພາບການຜັນຂະຫຍາຍ ແລະ ບາງກົນໄກນະໂຍຍາຍທີ່ຈຳເປັນເພື່ອລົງທຶນພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ສັບປະດາສຸດຍອດ APEC 2027, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ ສັບປະດາຂັ້ນສູງ APEC 2027 ແມ່ນເຫດການການເມືອງ, ການຕ່າງປະເທດທີ່ມີຄວາມສຳຄັນເປັນພິເສດ. ນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດເທົ່ານັ້ນ ຫາກຍັງແມ່ນໂອກາດອັນໃຫຍ່ເພື່ອໃຫ້ ຝຸກວັກ ບຸກທະລຸຢ່າງແຮງ, ພັດທະນາຢ່າງເໝາະສົມ, ປະກອບສ່ວນຊຸກຍູ້ການພັດທະນາລວມຂອງແຂວງ ແລະ ຂອງປະເທດ, ຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນເວທີປາໄສສາກົນ. ຝຸກວັກ ຕ້ອງຍາດແຍ່ງກຳລັງບົ່ມຊ້ອນ, ທ່າໄດ້ປຽບທີ່ພວມມີ, ຍາດແຍ່ງທຸກໂອກາດພ້ອມກັບການໜູນຊ່ວຍຈາກສູນກາງ, ຄວາມມານະພະຍາຍາມຂອງທ້ອງຖິ່ນ ແລະ ການເຂົ້າຮ່ວມຂອງປະຊາຄົມວິສາຫະກິດ, ເພ່ືອຫັນກຳລັງແຮງສັງລວມນຳ ຝຸກວັກ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.
ກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ພ້ອມດ້ວຍຄະນະໄດ້ລົງສຳຫຼວດກວດກາສະພາບການຕົວຈິງຂອງບັນດາໂຄງການ, ເຊັ່ນ: ທ່າອາກາດສະຍານສາກົນ ຝຸກວັກ, ອ່າງນ້ຳ ດົງເຢືອງ (ອິນດູຈີນ) 2, ໂຄງການເສັ້ນທາງ DT.975, ເຂດຊຸມຊົນໃໝ່ ອານເຖີຍ, ໂຄງການເສັ້ນທາງຫຼວງ APEC ແລະ ສູນຈັດກອງປະຊຸມ APEC ຢູ່ເທດສະບານ ອານເຖີຍ, ນະຄອນ ຝຸກວັກ.

