ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN) |
ພິທີເຊີດຊູສະຫະກອນດີເດັ່ນ ແລະ ມອບລາງວັນດວງດາວ ສະຫະກອນ “Coop Star Awards 2025” ໃຫ້ແກ່ສະຫະກອນດີເດັ່ນ 100 ແຫ່ງໂດຍສະຫະພັນສະຫະກອນ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 11 ເມສາ ຢູ່ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຊຸກຍູ້ເຂດເສດຖະກິດລວມໝູ່, ສະຫະກອນພັດທະນາ, ຮ່ວມເດີນທາງພ້ອມກັນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດຂອງບັນດາສະຫະກອນ. ທ່ານຮອງນາຍົກລັດຖະມົນຕີ ໃສ່ໃຈວ່າບັນດາອົງການຈັດຕັ້ງເສດຖະກິດລວມໝູ່, ສະຫະກອນຕ້ອງເປັນເຈົ້າການໃນການເຄື່ອນໄຫວດຳເນີນທຸລະກິດ, ຍົກສູງຄວາມສາມາດໃນການປັບຕົວໃຫ້ແທດເໝາະກັບການແກ້ງແຍ້ງ, ການຜັນປ່ຽນຂອງຕະຫຼາດ; ນະວັດຕະກຳໃນການພັດທະນາເສດຖະກິດໃໝ່ເໝາະສົມກັບທ່າອ່ຽງເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຈະສືບຕໍ່ຮ່ວມເດີນທາງກັບບັນດາອົງການຈັດຕັ້ງເສດຖະກິດລວມໝູ່, ສະຫະກອນເພື່ອແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກ, ສ້າງກຳລັງໜູນນຳເຂດເສດຖະກິດລວມໝູ່, ສະຫະກອນໄປທັນ, ພ້ອມກັນກ້າວໜ້າ ແລະ ບືນຕົວຂຶ້ນກັບເຂດເສດຖະກິດອື່ນໆ. ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ, ທ່ານປະທານສະຫະສະຫະກອນ ຫວຽດນາມ ກາວຊວັນທູເວິນ, ພ້ອມກັບບັນດາຜູ້ແທນ ໄດ້ເປີດຕະຫຼາດຜະລິດຕະພັນທາງໄກຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.

