ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva (ພາບ: ກະຊວງການຕ່າງປະເທດ) |
ວັນທີ 27ມີນາ, ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ໄດ້ເລີ່ມຕົ້ນການຢ້ຽມຢາງທາງລັດຖະກິດ ຫວຽດນາມໃນລະຫວ່າງວັນທີ 27 – 29 ມີນາຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ເລືອງເກື່ອງ. ນີ້ແມ່ນຄັ້ງທີສອງທີ່ ທ່ານປະທານາທິບໍດີ Luiz Inácio Lula da Silva ມາຢ້ຽມຢາມ ຫວຽດນາມ ໃນຖານະເປັນການນຳ ບຣາຊິນ ພາຍຫຼັງຄັ້ງທີໜຶ່ງໃນປີ 2008. ຄາດວ່າໃນຂອບເຂດການຢ້ຽມຢາມທາງລັດຖະກິດຫວຽດນາມ, ທ່ານປະທານາທິບໍດີ Lula da Silva ຈະເຂົ້າຮ່ວມພິທີຕ້ອນຮັບທາງກນາ ແລະ ໂອ້ລົມສົນທະນາກັບທ່ານປະທານປະເທດ ເລື່ອງເກືອງ, ພົບປະການນຳພັກ, ລັດ ຫວຽດນາມ ກໍ່ຄືການເຄື່ອນໄຫວອື່ນໆຢູ່ຮ່າໂນ້ຍ.

