ຕາມທ່ານ Trump ແລ້ວ, ມີປະມານ 200 ປະເທດ ຈະໄດ້ຮັບແຈ້ງການຈາກ ອາເມລິກາ ໃນໄວໆນີ້ ກ່ຽວກັບອັດຕາພາສີທີ່ຄາດວ່າປະເທດນີ້ຈະຈັດວາງສຳລັບສິນຄ້າທີ່ສົ່ງອອກໄປຍັງ ອາເມລິກາ. ກ່ອນໜ້ານັ້ນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ຈັດວາງອັດຕາພາສີຕື່ມອີກ 10% ສຳລັບປະເທດສ່ວນຫຼາຍ ນັບແຕ່ເດືອນ ເມສາ ແລະ ຄາດວ່າ ຈະເພີ່ມອັດຕາພາສີເພີ່ມເຕີມສຳລັບຫຼາຍປະເທດອື່ນ ນັບແຕ່ວັນທີ 01 ສິງຫາ.
ເມື່ອເວົ້າເຖິງການພົວພັນດ້ານການຄ້າກັບ ຈີນ, ໜຶ່ງໃນບັນດາຈຸດສຸມຂອງນະໂຍບາຍດ້ານການຄ້າຂອງ ອາເມລິກາ, ທ່ານປະທານາທິບໍດີ Trump ປາດຖະໜາວ່າ ຈີນ ຈະເປີດປະຕູຫຼາຍກວ່າອີກ ແລະ ອາເມລິກາ ຈະເຊື່ອມຕໍ່ການເຈລະຈາດ້ານການຄ້າກັບ ໄທ ແລະ ກຳປູເຈຍ ພາຍຫຼັງທີ່ສອງປະເທດນີ້ບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ສັນຕິພາບ.
ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ
