ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Mohammed bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (ພາບ: Sputnik/Alexei Nikolsky/Pool via REUTERS) |
ໃນການພົບປະເຈລະຈາກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໃນວັນທີ 7 ສິງຫາ, ຢູ່ວັງ Krmelin ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍຢ່າງເປັນທາງການຂອງທ່ານ Mohammed bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (UAE), ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບແງ່ມູນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ໃນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບການເປີດກວ້າງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ອາວະກາດ, ພະລັງງານ ແລະ ບັນດາຂົງເຂດອື່ນໆຮັບໃຊ້ໃຫ້ແກ່ບັນດາບຸລິມະສິດພັດທະນາຂອງສອງປະເທດ. ປະທານາທິບໍດີ ສອງທ່ານກໍ່ແລກປ່ຽນກ່ຽວກັບລະດັບຄວາມສຳຄັນຂອງກອງະຊຸມ ສຸດຍອດ ລັດເຊຍ - ອາຣັບ ຈະມາເຖິງໃນເດືອນຕຸລາຈະມາເຖິງ, ເພື່ອແນໃສ່ເພີ່ມທະວີການພົວພັນຂອງ ລັດເຊຍ ກັບ ໂລກອາຣັບ. ທ່ານ Al Nahyan ເນັ້ນໜັກວ່າ ການພົວພັນລະຫວ່າງ UAE ແລະ ລັດເຊຍ ແມ່ນບົນຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນແລະກັນ, ກໍ່ຄືການພົວພັນຢ່າງເລິກເຊິ່ງ ແລະ ມີລັກສະນະສ້າງສັນໄດ້ແກ່ຍາວເປັນເວລາກ່ວາ 50 ປີແລ້ວ, ພ້ອມທັງ ຕີລາຄາສູງບົດບາດຂອງ ລັດເຊຍ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສາກົນ.

