ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ແລະ ທ່ານນາຍົກລັດຖະມົນຕີ ເຊເນການ Ousmane Sonko (ພາບ: VOV)

ໃນຂອບເຂດການຢ້ຽມຢາມ ເຊເນການຢ່າງເປັນທາງການ, ຕອນບ່າຍວັນທີ 23 ກໍລະກົດ, ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ມີການພົບປະກັບທ່ານປະທານາທິບໍດີ ເຊເນການ Diomaye Faye ແລະ ທ່ານນາຍົກລັດຖະມົນຕີ ເຊເນການ Ousmane Sonko.

ທີ່ການພົບປະ, ທ່ານປະທານາທິບໍດີ Bassirou Diomaye Faye ປາດຖະໜາຢາກໃຫ້ບັນດາວິສາຫະກິດ ຫວຽດນາມ ຕັ້ງໜ້າເຂົ້າຮ່ວມກິດຈະການພັດທະນາເສດຖະກິດຂອງ ເຊເນການ, ພິເສດແມ່ນໃນຂົງເຂດຫັນເປັນດີຈີຕອນ, ທ່ານສະເໜີ ຫວຽດນາມ ພິຈາລະນາເປີດອົງການຕາງໜ້າທາງການທູດປະຈຳ ນະຄອນຫຼວງ Dakar. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ Ousmane Sonko ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມຢ່າງແຮງ, ພິເສດແມ່ນໃນຂົງເຂດກະສິກຳ, ສະເໜີການຮ່ວມມືໃນບັນດາຂົງເຂດລະອຽດ, ທ່ານຢັ້ງຢືນວ່າ ເຊເນການປາດຖະໜາຢາກນຳເຂົ້າເຂົ້າສານຈາກຫວຽດນາມຕື່ມອີກ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

ໂດຍເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານປະທານາທິບໍດີ ແລະ ທ່ານນາຍົກລັດຖະມົນຕີ ເຊເນການ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫຼາຍດ້ານກັບ ເຊເນການ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ໂທລະຄົມມະນາຄົມ, ວິທະຍາສາດ - ເຕັກໂນໂລຢີ… ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິ້ນກໍ່ສະເໜີລັດຖະບານສອງປະເທດສືບຕໍ່ສ້າງຂອບເຂດນິຕິກຳໃຫ້ສົມບູນແບບເພື່ອແນໃສ່ໜູນຊ່ວຍບັນດາການເຄື່ອນໄຫວຮ່ວມມື, ໃນສະເພາະໜ້າແມ່ນຕ້ອງຍູ້ໄວວິວັດການເຈລະຈາບັນດາສັນຍາພື້ນຖານຄືສັນຍາອາລັກຂາການລົງທຶນ ແລະ ສັນຍາຫຼີກລ້າງການເກັບພາສີຊ້ອມ.

ແລະກໍ່ໃນຕອນບ່າຍວັນທີ 23 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານນາຍົກລັດຖະມົນຕີ ເຊເນການ Senegal Ousmane Sonko ໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນເອກະສານຮ່ວມມືລະຫວ່າງສອງປະເທດ.