ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທູດພິເສດຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລີມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບ ສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່, ແທດຈິງ, ມີປະສິດທິຜົນ ແລະ ຍາວນານ; ພ້ອມທັງສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືສອງຝ່າຍໃຫ້ພັດທະນາຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນ.

ສ່ວນທ່ານທູດພິເສດ Park Chang Dal ເນັ້ນໜັກວ່າ, ທ່ານປະທານາທິບໍດີ Lee Jae Myung ຍາມໃດກໍ່ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນການປະຕິບັດນະໂຍບາຍການຕ່າງປະເທດຂອງພາກພື້ນ; ຫວັງວ່າສອງຝ່າຍຈະເພີ່ມທະວີການແລກປ່ຽນ ແລະ ການພົວພັນລະຫວ່າງສອງປະເທດໃນລະດັບສູງ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ມີການພັດທະນາແບບຍືນຍົງ, ມີປະສິດທິຜົນ ; ພ້ອມທັງຮຽກຮ້ອງໃຫ້ ຫວຽດນາມ ເອົາໃຈໃສ່ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ດຳເນີນທຸລະກິດ ແລະ ເປີດກວ້າງການລົງທຶນຢູ່ຫວຽດນາມ, ພິເສດແມ່ນໃນຂົງເຂດໄຟຟ້ານິວເຄຼຍ, ເພີ່ມທະວີການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງສະພາບແວດລ້ອມເສດຖະກິດການຄ້າສາກົນ.