(ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບອຳນາດການປົກຄອງຕາແສງ)

ຕອນບ່າຍວັນທີ 26 ກໍລະກົດ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານສູນກາງ ໄດ້ໄປກວດກາການເຄື່ອນໄຫວຂອງລະບົບການເມືອງ ຕາແສງ ຊີຟາຟິນ, ເປັນຕາແສງເຂດຊາຍແດນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຂອງແຂວງ ດ້ຽນບຽນ. ພາຍຫຼັງໄປກວດກາຕົວຈິງຢູ່ສູນຮັບໃຊ້ການບໍລິຫານສາທາລະນະຕາແສງ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງຈຸດສຸມ ການເຄື່ອນໄຫວຂອງອຳນາດການປົກຄອງຂັ້ນຕາແສງ, ບໍ່ພຽງແຕ່ແມ່ນບັນດາການເຄື່ອນໄຫວໃນວຽກງານບໍລິຫານເທົ່ານັ້ນ, ຫາກຍັງແມ່ນບາດກ້າວຫັນປ່ຽນຢ່າງໃຫຍ່ຫຼວງເມື່ອອຳນາດການປົກຄອງທ້ອງຖິ່ນຕາງໜ້າໃຫ້ລັດ ຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍຂອງພັກຕໍ່ປະປະຊາຊົນ ແລະ ສ້າງເງື່ອນໄຂຍົກສູງຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ພ້ອມກັບການຮັບປະກັນຜັນຂະຫຍາຍບັນດາມາດຕະການຂອງສູນກາງ ແລະ ແຂວງ ກ່ຽວກັບການຮັບປະກັນພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃນບໍລິເວນ, ອຳນາດການປົກຄອງທ້ອງຖິ່ນຕ້ອງສືບຕໍ່ຜັນຂະຫຍາຍບັນດາມາດຕະການແກ້ໄຂໃຫ້ແກ່ວຽກງານຫຼຸດຜ່ອນຄວາມທຸກຍາກ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ປະຊາຊົນໃນບໍລິເວນໃຫ້ເປັນຢ່າງດີກວ່າ, ພິເສດ, ສຸມໃສ່ເຂົ້າໃນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.