ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ຕອນເຊົ້າວັນທີ 30 ມັງກອນ, ເມື່ອກ່າວຄຳເຫັນສະຫຼຸບວາລະປະຊຸມຄັ້ງທີ 23 ຂອງຄະນະຊີ້ນຳແຫ່ງລັດ ບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມການຂົນສົ່ງ (ເອີ້ນຫຍໍ້ວ່າຄະນະຊີ້ນຳ) ໂດຍຖືກຈັດຂຶ້ນແບບທາງໄກເຊື່ອມຕໍ່ກັບ 27 ແຂວງ, ນະຄອນທີ່ມີໂຄງການ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳ, ໄດ້ຊີ້ແຈ້ງບຸລິມະສິດຜັນຂະຫຍາຍໂຄງການທາງບົກເສັ້ນທາງຄວາມໄວສູງ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ບັນດາແຂວງເຂດຊາຍແດນທາງທິດເໜືອ, ໄຕງວຽນ ແລະ ບັນດາເສັ້ນທາງເຊື່ອມຕໍ່ກັບ ຈີນ, ລາວ, ກຳປູເຈຍ.
ບັນຍາກາດຂອງກອງປະຊຸມ (ພາບ: VOV) |
ໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ມີໜ້າທີ່ຮັບຜິດຊອບ, ມີສິດອຳນາດທີ່ໄດ້ຮັບການມອບໝາຍໜ້າທີ່ ເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນທັນທີ. ການນຳຫຼັກແຫຼ່ງທຸກຂັ້ນຕ້ອງຍົກສູງຄວາມຮັບຜິດຊອບ, ເພີ່ມທະວີການສຳຫຼວດ, ກວດກາ, ເລັ່ງລັດ, ຊີ້ນຳບັນດາແຜນການ, ໂຄງການຈຸດສຸມ, ສຳຄັນ ກ່ຽວກັບຄວາມຄືບໜ້າ, ຄຸນນະພາບ, ເຕັກນິກ ຮັບປະກັນຮອດປີ 2030, ບັນລຸເປົ້າໝາຍກໍ່ສ້າງສຳເລັດ 5.000 ກິໂລແມັດ ທາງບົກ ຕາມມະຕິຂອງກອງປະຊຸມໃຫຍ່ຂອງພັກໄດ້ວາງອອກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


