ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:VOV) |
ຕອນບ່າຍວັນທີ 17 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາແຂ່ງຂັນ - ຍ້ອງຍໍມອບລາງວັນສູນກາງ ອາຍຸການ 2021 – 2026 ໄດ້ເປັນປະທານກອງປະຊຸມຄັ້ງທີ 11 ຂອງ ສະພາເພື່ອຕີລາຄາສະພາບການປະຕິບັດບັນດາໜ້າທີ່ໃນໄລຍະຜ່ານມາ ແລະ ຊຸກຍູ້ການຜັນຂະຫຍາຍບັນດາໜ້າທີ່ໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີສືບຕໍ່ຊຸກຍູ້ບັນດາຂະບວນການແຂ່ງຂັນທີ່ມີຢູ່ແລ້ວ, ພ້ອມທັງຄົ້ນຄ້ວາປຸກລະດົມ ບັນດາຂະບວນການ, ເໝາະສົມກັບບັນດາໜ້າທີ່ຈຸດສຸມ ຕື່ມອີກ ເຊິ່ງທົ່ວປະເທດພວມສຸມໃສ່ຜັນຂະຫຍາຍຄື ຂະບວນການ “ທົ່ວປະເທດແຂ່ງຂັນນະວັດຕະກຳ, ຫັນເປັນດີຈີຕອນ”. ຍ້ອນວ່ານີ້ແມ່ນຂົງເຂດພວມໄດ້ຮັບຄວາມສົນໃຈທີ່ໃຫຍ່ຫຼວງຂອງປະເທດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ບໍພຽງແຕ່ປະຕິບັດວຽກງານຍ້ອງຍໍມອບລາງວັນໃຫ້ເປັນຢ່າງດີເທົ່ານັ້ນ ວຽກງານນີ້ຕ້ອງແຜ່ກະຈາຍບັນດາຂະບວນການ, ສ້າງແຫຼ່ງບັນດານໃຈ, ສ້າງກຳລັງໜູນເພື່ອໃຫ້ຊົນຊາດຮູ້ສຶກເອກອ້າງທະນົງໃຈ, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່.

