(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄປກວດກາການກໍ່ສ້າງເສັ້ນທາງຄວາມໄວ້ສູນ ຫວ້ານນິງ) |
ໃນລາຍການໄປປະຕິບັດງານຢູ່ແຂວງ ກວາງຈິ້, ຕອນບ່າຍວັນທີ 26 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປກວດກາ, ຊີ້ນຳການຊຸກຍູ້ຜັນຂະຫຍາຍບັນດາພື້ນຖານໂຄງລ່າງຢູ່ແຂວງ ກວາງຈິ້.
ເມື່ອກວດກາໂຄງການເສັ້ນທາງຄວາມໄວ້ສູນ ຫວ້ານນິງ - ກາມໂລ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາສູງຄວາມຕັດສິນໃຈ, ຄວາມມານະພະຍາຍາມຂອງນັກປະມູນເພື່ອກໍ່ສ້າງໂຄງການໃຫ້ສຳເລັດ, ນຳເຂົ້າເຄື່ອນໄຫວກົງກັບໂອກາດວັນທີ 19 ສິງຫາ 2025. ເມື່ອໄປກວດກາສະຖານທີ່ກໍ່ສ້າງຜັນຂະຫຍາຍໂຄງການສະໜາມບິນ ກວາງຈິ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ: ສະໜາມບິນ ກວາງຈິ້ ນອນໃນເຂດມີເສັ້ນທາງຄວາມໄວສູງ ແລະ ໃນໄລຍະຈະມາເຖິງນີ້ຈະແມ່ນເສັ້ນທາງລົດໄຟຄວາມໄວ້ສູງໄປຜ່ານ, ໃກ້ກັບທ່າກຳປັ່ນ… ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ໃນຕໍ່ໜ້າແມ່ນຊຸກຍູ້ຄວາມຄືບໜ້າການຜັນຂະຫຍາຍໄລຍະທີ 1 ຂອງໂຄງການ, ເດັດດ່ຽວກໍ່ສ້າງສະໜາມບິນ ກວາງຈິ້ ໃຫ້ສຳເລັດໃນຕົ້ນເດືອນ ກໍລະກົດ 2026. ເມື່ອໄປກວດກາໂຄງການລົງທຶນກໍ່ສ້າງເຂດທ່າກຳປັ່ນ ມິ້ຖຸຍ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ເຈົ້າຂອງລົງທຶນ, ນັກປະມູນຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ເຕັກນິກ; ພ້ອມກັນນັ້ນ, ຄົ້ນຄວ້າການວາງແຜນຜັງ, ພັດທະນາເຂດການຄ້າເສລີ, ທ່າກຳປັ່ນສະເພາະຢູ່ ມິ້ຖຸຍ.

