(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ) |
ເພື່ອຫຼຸດຜ່ອນຄວາມເສຍຫາຍໃຫ້ຢູ່ໃນລະດັບຕ່ຳສຸດຍ້ອນພາຍຸ Kajiki ກໍ່ໃຫ້ເກີດ, ຕອນຄ່ຳວັນທີ 24 ສິງຫາ, ຢູ່ສະຖານທີ່ເຊື່ອມຕໍ່ກອງບັນຊາການແນວໜ້າຂອງລັດຖະບານ ຕັ້ງຢູ່ກອງບັນຊາການທະຫານເຂດ 4, ແຂວງ ເງະອານ, ລັດຖະບານ ໄດ້ຈັດກອງປະຊຸມຜັນຂະຫຍາຍການມອບໝາຍໜ້າທີ່ໃຫ້ບັນດາກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນ. ພາຍຸ Kajiki ຈະພັດຖະຫຼົ່ມພາກກາງໃນວັນທີ 25 ສິງຫາ ນີ້.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຕັກເຕືອນເຖິງຄວາມກົດດັນອາກາດ ຈະພາໃຫ້ເກີດຝົນຕົກໜັກ, ນ້ຳແກ່ງຖ້ວມ, ດິນເຊາະເຈື່ອນໂດຍສະເພາະແມ່ນຢູ່ບັນດາເຂດໂນນພູ, ເຂດແຄມທະເລກໍ່ຄວາມອັນຕະລາຍທີ່ສຸດ. ທ່ານສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງແກ້ໄຂຢ່າງຂ້ຽວຂາດ, ຕິດຕາມຢ່າງແໜ້ນແຟ້ນ, ເປົ້າໝາຍແມ່ນກູ້ເອົາຊີວິດມະນຸດ, ປົກປ້ອງຊີວິດອິນຊີຂອງປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ, ຖັດຈາກນັ້ນແມ່ນປົກປ້ອງຊັບສິນໃຫ້ແກ່ປະຊາຊົນ, ຮັບປະກັນການຮັບມືຢ່າງວ່ອງໄຫວ, ທັນການ, ມີປະສິດທິຜົນທີ່ສຸດ. ທ່ານເນັ້ນໜັກວ່າ, ບັນດາທ້ອງຖິ່ນຕ້ອງປະຕິບັດການຍົກຍ້າຍປະຊາຊົນຈາກເຂດມີຄວາມສ່ຽງສູງທີ່ຈະເກີດສະພາບນ້ຳແກ່ງຖ້ວມໄປຍັງເຂດປອດໄພ; ສຸມໃສ່ການຮັບປະກັນຄວາມປອດໄພໃຫ້ແກ່ກຳປັ່ນ, ຮັບປະກັນຄວາມປອດໄພໃຫ້ອ່າງເກັບນ້ຳ, ເຂື່ອນກັນນ້ຳ…
ພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ລົງໄປກວດກາວຽກງານປ້ອງກັນ, ຕ້ານພາຍຸຢູ່ຕາແສງ ເກືອລໍ່, ແຂວງ ເງະອານ.

