(ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ເຫດການ) |
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ຊີວິດ ແລະ ພາລະກິດການປະຕິວັດຂອງ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ທີ່ໄດ້ປະໄວ້ໃຫ້ມີຫຼາຍບົດຮຽນອັນລ້ຳຄ່າ, ແທດຈິງຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ນັ້ນແມ່ນ: ຢືດໝັ້ນຕໍ່ອຸດົມຄະຕິ, ໝັ້ນຄົງເຂັ້ມແຂງຕໍ່ທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ຕະຫຼອດຊີວິດຈົງຮັກພັກດີຕໍ່ເປົ້າໝາຍເອກະລາດຊົນຊາດ ຕິດພັນກັບລັດທິສັງຄົມນິຍົມ; ສ້າງສາປະເທດຊາດເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ຖືປະຊາຊົນເປັນໃຈກາງ… ໂດຍສະແດງຄວາມຮູ້ບູນຄຸນ ແລະ ຕອບບຸນແທນຄຸນຢ່າງເລິກເຊິ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນຄວາມຕັດສິນໃຈຈະສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ມໍລະດົກອັນໃຫຍ່ຫຼວງທີ່ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ໄດ້ປະໄວ້ໃຫ້ລຸ້ນຫຼັງ, ໃຫ້ແກ່ພາລະກິດສ້າງສາປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

