ວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ການາດາ ຄົນໃໝ່ Mark Carney ໄດ້ຮຽກຮ້ອງຈັດການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໃນວັນທີ 28 ເມສາ 2025. ລະອຽດແມ່ນ, ໃນບົດກ່າວປາໄສໃນວັນທີ 23 ມີນາ, ທ່ານ Mark Carney ໃຫ້ຮູ້ວ່າ, ໄດ້ສະເໜີໃຫ້ທ່ານນາງ Mary Simon, ຜູ້ມີອຳນາດເຕັມຍຸບເລີກສະພາແຫ່ງຊາດໃນທ້າຍເດືອນ ເມສາ ແລະ ໄດ້ຮັບຄວາມເຫັນດີ. ການກະທຳດັ່ງກ່າວດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງ ກາດານາ ແລະ ອາເມລິກາ ພວມເຄັ່ງຕຶງຂຶ້ນຕື່ມເຊິ່ງກ່ຽວຂ້ອງເຖິງບັນດາບັນຫາການຄ້າ ແລະ ຄຳຖະແຫຼງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕໍ່ເລື່ອງຢາກໂຮມ ການາດາ ເປັນລັດໜຶ່ງຂອງ ອາເມລິກາ.
“ພວກເຮົາພວມຕ້ອງຜ່ານຜ່າວິກິດການທີ່ໃຫຍ່ພໍສົມຄວນນັບແຕ່ກ່ອນມາຮອດປະຈຸບັນ ຍ້ອນບັນດາການກະທຳດ້ານການຄ້າບໍ່ມີຄວາມຍຸຕິທຳຂອງທ່ານປະທານາທິບໍດີ Donald Trump. ວິທີການຮັບມືຂອງພວກເຮົາແມ່ນສ້າງພື້ນຖານເສດຖະກິດທີ່ເຂັ້ມແຂງ ໃນປະເທດທີ່ມີຄວາມປອດໄພກວ່າ”.
