ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social ໃນວັນທີ 20 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຫວັງວ່າ ລັດເຊຍ ແລະ ຢູແກຼນ ອາດຈະບັນລຸໄດ້ຂໍ້ຕົກລົງໃນອາທິດນີ້ເພື່ອຢຸດຕິການປະທະກັນ. ທ່ານປະທາ ນາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຫຼັງຈາກນັ້ນ ສອງປະເທດ ຈະເຮັດທຸລະກິດໃຫຍ່ກັບ ອາເມລິກາ ເຊິ່ງ ແມ່ນປະເທດພວມມີການພັດທະນາຢ່າງແຮງ ແລະ ຫາເງິນເປັນ ຈຳນວນຫຼວງຫຼາຍ. ຖະແຫຼງການຂອງການນຳ ອາເມລິກາ ໄດ້ຍົກອກມາໃນສະພາບການຄຳສັ່ງ ຢຸດ ຍິງໃນວັນບຸນ Easter ລະຫວ່າງ ລັດເຊຍ ແລະ ຢູແກຼນຖືກທຳລາຍ, ດ້ວຍບັນດາຂໍ້ກ່າວຫາລະເມີດຈາກທັງສອງຝ່າຍ. ເລື່ອງບໍ່ປະຕິບັດຕາມຄຳສັ່ງຢຸດຍິງ ໃນວັນບຸນ Easter ໄດ້ກໍ່ຄວາມວິຕົກກັງວົນວ່າ ອາເມລິກາ ຍາກທີ່ຈະເປັນ ກາງໄກເກ່ຍໃຫ້ແກ່ບັນດາຝ່າຍເພື່ອບັນລຸໄດ້ຂໍ້ຕົກລົງສັນຕິພາບໃນຍາວນານ.