ຄຳຖະແຫຼງເຊິ່ງ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ, ເອົາລົງໃນສື່ສັງຄົມ Telegram ໃນວັນທີ 23 ສິງຫາ, ໃນສະພາບຫາງສຽງສາກົນສືບຕໍ່ໃຫ້ຄວາມສົນໃຈຕໍ່ແງ່ຫວັງການເຈລະຈາແບບເຊິ່ງໜ້າລະຫວ່າງ 2 ຝ່າຍ. ເຖິງຢ່າງໃດກໍ່ຕາມ, ທ່ານ Zelensky ກໍ່ກ່າວຫາ ລັດເຊຍ “ຕັ້ງໃຈແກ່ຍາວວິວັດທະນາການ”, ແຕ່ບໍ່ຍົກອອກຫຼັກຖານພິສູດ.

ກ່ອນໜ້ານັ້ນ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ, ຊີ້ແຈ້ງວ່າ ທ່ານປະທານາທິບໍດີ ລັດເຊຍ V. Putin ຈະດຳເນີນການພົບປະກັບຄູ່ຕຳແໜ່ງ ຢູແກຼນ ກໍ່ຕໍ່ເມື່ອບັນດາບັນຫາທີ່ຕ້ອງປຶກສາຫາລືຢູ່ຂັ້ນສູງສຸດໄດ້ຮັບການກະກຽມຢ່າງລະອຽດລະອໍ. ຕາມທ່ານ Lavrov ແລ້ວ, ຫຼັກໝັ້ນໃນປະຈຸບັນຂອງ ຢູແກຼນ ຊີ້ໃຫ້ເຫັນວ່າ ອຳນາດການປົກຄອງ ກີແອັບ ພວມຊອກຫາວິທີເພື່ອກີດຂວາງຄວາມມານະພະຍາຍາມໄກເກ່ຍຂອງ ອາເມລິກາ, ໃນຂະນະທີ່ ລັດເຊຍ ຮັກສາການສົມທົບກັບ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນດາສາຍເຫດຂອງວິກິດການຢ່າງເຖິງກົກເຖິງປາຍ.