ທ່ານປະທານປະເທດ ເລືອງເກືອງ ຈູດທູບທຽນ ອາໄລຫາເຈົ້າຊີວິດຮຸ່ງ

ທີ່ວັງກີ້ງທຽນ, ທ່ານປະທານປະເທດ ເລືອງເກືອງ ແລະ ບັນດາການນຳຂອງພັກ, ລັດ ແລະ ທ້ອງຖິ່ນໄດ້ຖວາຍດອກໄມ້ ຈູດທູບທຽນບູຊາ ອາໄລຫາ , ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເຈົ້າຊີວິດຮຸ່ງ ທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ; ພ້ອມກັນນັ້ນ, ກໍລາຍງານຕໍ່ບັນພະບຸລຸດ ຊາບກ່ຽວກັບບັນດາຜົນງານອັນໃຫຍ່ຫຼວງທີ່ປະເທດຊາດຍາດມາໄດ້ໃນປີຜ່ານມາບົນເສັ້ນທາງ ພັດທະນາ.

ພິທີ ຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວດິນແດນແຫ່ງບັນພະບຸລຸດປີ 2025 ຖືກດຳເນີນແຕ່ວັນທີ 29 ມີນາ ຫາວັນທີ 7 ເມສານີ້ ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ນະຄອນຫວຽດຈີ່ ແລະ ບັນດາເມືອງໃນແຂວງ ຝູເທາະ ດ້ວຍບັນດາການເຄື່ອນໄຫວ ແລະ ເຫດການພິເສດຫຼາຍຢ່າງ.

ໃນຊຸມວັນດຳເນີນເຫດການຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ, ມີປະຊາຊົນນັບໝື່ນຄົນຈາກທົ່ວປະເທດ ແລະ ຊາວຫວຽດນາມ ຢູ່ຕ່າງປະເທດໄດ້ພາກັນມາຖວາຍດອກໄມ້ຈູດທູບທຽນຢູ່ວິຫານຮຸ່ງ.