ພິທີສົ່ງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ແລະ ພັນລະຍາຢູ່ ສະຫນາມບິນສາກົນ ໂນ້ຍບ່າຍ: (ພາບ: Lê Tuyết/VOV)

ຕອນເຊົ້າວັນທີ 22 ກໍລະກົດ, ໂດຍໄດ້ຮັບຄຳເຊີນຂອງ ທ່ານປະທານສະພາ ສ. ເຊເນການ, El Malick Ndiaye, ທ່ານປະທານສະພາຕ່ຳ ລາຊະອານາຈັກ ໂມໂຣໂກ, Rachid Talbi Alami, ທ່ານປະທານສະຫະພັນລັດຖະສະພາໂລກ (IPU) Tulia Ackson ແລະ ທ່ານເລຂາທິການ IPU Martin Chungong, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີ໋ນ ພ້ອມດ້ວຍພັນລະຍາ ທ່ານນາງ ຫງວຽນທິແທັງງາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກເດີນທາງຈາກນະຄອນຫລວງ ຮ່າໂນ້ຍ ໄປຢ້ຽມຢາມ ເຊເນການ, ໂມໂຣໂກ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6 ແລະ ດຳເນີນບັນດາການເຄື່ອນໄຫວສອງຝ່າຍ ຢູ່ ສະວິດ.

ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີ໋ນ ໄປຍັງ ສະວິດ, ຢ້ຽມຢາມ ໂມໂຣໂກ ແລະ ເຊເນການ ຢ່າງເປັນທາງການ. ການໄປປະຕິບັດງານ ໄດ້ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືອັນດີງາມໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ຫວຽດນາມ ແລະ ເຊເນການ, ໂມໂຣໂກ ແລະ ສະວິດ, ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບພາກພື້ນ ອາຟຼິກາ ແລະ ເອີລົບ. ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ກໍ່ປະກອບສ່ວນຢັ້ງຢືນຢ່າງແຮງຕໍ່ແຜນນະໂຍບາຍ, ນະໂຍບາຍ, ຄວາມມານະພະຍາຍາມອັນໃຫຍ່ຫລວງຂອງປະເທດຊາດໃນການພັດທະນາເສດຖະກິດ, ສັງຄົມ, ເຊີດຊູລັດທິຫລາຍຝ່າຍ, ສ້າງກຳລັງຫນູນໃຫ້ແກ່ການສະແດງໃຫ້ເຫັນບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ການປະກອບສ່ວນຢ່າງຕັ້ງຫນ້າ, ແທດຈິງຂອງ ຫວຽດນາມ ສຳລັບບັນດາການເຄື່ອນໄຫວຂອງ IPU ແລະ ສປຊ, ຊຸກຍູ້ການພົວພັນຮ່ວມມືລັດຖະສະພາກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແລະ ສະພາແຫ່ງຊາດ ຫວຽດນາມ ບົນເວທີສາກົນ.