(ທ່ານປະທານສະພາແຫ່ງຊາດ ນິວຊີແລນ Gerry Brownlee) |
ໂດຍຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ທ່ານປະທານສະພາແຫ່ງຊາດ ນິວຊີແລນ Gerry Brownlee ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 27 – 31 ສິງຫາ.
ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ນິວຊີແລນ Gerry Brownlee ດຳເນີນໄປກົງກັບໂອກາດ 2 ປະເທດຫາກໍ່ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (19 ມິຖຸນາ 1975 – 19 ມິຖຸນາ 2025). ນີ້ກໍ່ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານ Gerry Brownlee ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດ ນິວຊີແລນ.
ຕາມແຜນການ, ໃນຂອບເຂດການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ນິວຊີແລນ Gerry Brownlee ຈະດຳເນີນການເຈລະຈາກັບທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ມີບັນດາການພົບປະກັບການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ.
ຕອນເຊົ້າວັນທີ 27 ສິງຫາ, ທ່ານປະທານສະພາແຫ່ງຊາດ ນິວຊີແລນ Gerry Brownlee ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

