ຕອນບ່າຍວັນທີ 24 ກໍລະກົດ, ຢູ່ບ້ານ ດົ່ນ, ຕາແສງ ເຕິນກີ່, ຄະນະກຳມະການປະຊາຊົນແຂວງ ທາຍງວຽນ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງເຮືອນຢູ່ໃຫ້ຄອບຄົວປ້າ ເອົາທິຢິງ, ຄອບຄົວທຸກຍາກຂອງຕາແສງ. ນີ້ິ້ແມ່ນກິດຈະກຳຈຸດສຸມ, ແນໃສ່ເລີ່ມເຄື່ອນໄຫວແຜນຮ່າງຂອງຄະນະກຳມະການປະຊາຊົນແຂວງ ທາຍງວຽນ ກໍ່ສ້າງເຮືອນຢູ່ 1.000 ຫຼັງ ປະຕິບັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຈາກແຫຼ່ງເງິນໜູນຊ່ວຍຂອງກະຊວງຕຳຫຼວດ.
ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານນາງ ຮ່ວາງທູຈາງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ທາຍງວຽນ, ໃຫ້ຮູ້ວ່າ:
“ຄະນະຊີ້ນຳການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພແຂວງ ທາຍງວຽນ ຈະຕັ້ງໜ້າ, ເປັນເຈົ້າການສົມທົບກັບກະຊວງຕຳຫຼວດຢ່າງແໜ້ນແຟ້ນ ເພື່ອປະຕິບັດແຜນຮ່າງລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ 1.000 ຫຼັງນີ້. ພວກຂ້າພະເຈົ້າຈະລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ, ບັນດາກຳລັງປະກອບອາວຸດ, ຕຳຫຼວດ, ກອງທັບ, ບັນດາອົງການໝູ່ຄະນະ, ປະຊາຊົນ ເພື່ອສາມາດປະຕິບັດຢ່າງມີປະສິດທິຜົນ, ກໍ່ສ້າງເຮືອນຢູ່ 1.000 ຫຼັງໃຫ້ສຳເລັດໄວທີ່ສຸດ”.
ຕາມແຜນການ, ເຮືອນຢູ່ 1.000 ຫຼັງຈະໄດ້ກໍ່ສ້າງສຳເລັດໃນເດືອນ ສິງຫາ ຈະມາເຖິງນີ້.
