ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການພົບປະກັບທ່ານປະທານາທິບໍດີ ລັດເຊຍ Putin, ທ່ານປະທານາທິບໍດີ ຢູແກຼນ Zelensky ແລະ ການນຳບາງປະເທດ ເອີຣົບ ເພື່ອປຶກສາຫາລືກ່ຽວກັບການປະທະກັນຢູ່ ຢູແກຼນ. ຖັດຈາກບັນດາການພົບປະນີ້, ທຳນຽບຂາວ ພວມສັບຊ້ອນການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Putin ແລະ ທ່ານປະທານາທິບໍດີ ຢູແກຼນ Zelensky ພາຍໃຕ້ການປົກປ້ອງຂອງທ່ານປະທານາທິບໍດີ Trump. ທ່ານນາງ Karoline Leavitt ເລຂາການຂ່າວທຳນຽບຂາວ ໃຫ້ຮູ້ວ່າ:
“ພາຍຫຼັງບັນດາການແລກປ່ຽນທີ່ປະສົບຜົນສຳເລັດໃນວັນທີ 18 ສິງຫາ, ທ່ານປະທານາທິບໍດີ Trump ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ Putin ແລະ ທ່ານ Putin ກໍເຫັນດີເລີ່ມຕົ້ນວິວັດການຕໍ່ໄປຂອງຂະບວນວິວັດສັນຕິພາບ, ນັ້ນແມ່ນການພົບປະລະຫວ່າງທ່ານປະທານາທິບໍດີ Putin ແລະ ທ່ານປະທານາທິບໍດີ Zelensky, ຫຼັງຈາກນັ້ນ, ຖ້າຈຳເປັນຈະມີການພົບປະສາມຝ່າຍລະຫວ່າງທ່ານປະທານາທິບໍດີ Putin, ທ່ານປະທານາທິບໍດີ Zelensky ແລະ ທ່ານປະທານາທິບໍດີ Donald Trump”.
ນັກຂ່າວ VOV ປະຈຳ ອາເມລິກາ
