ສະພາປະສານງານສາກົນ ໂຄງການມະນຸດ ແລະ ຊີວະນາໆພັນ ໃຫ້ສັດຕະຍາບັນຮັບຮອງເອົາ ເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ເປັນ ເຂດອະນຸລັກຮັກສາຊີວະນາໆພັນໂລກ (ພາບ: ນັກຂ່າວ vov ປະຈຳ ຝລັ່ງ) |
ສ່ວນເຂດອະນຸລັກຮັກສາຊີວະນາໆພັນ ພູພຽງ ກອນຮ່ານຶ່ງ ມີລັກສະນະຊີວະສາດສູງ, ເປັນເອກະລັກສະເພາະຂອງລະບົບຊີວະພາບປ່າ, ລະບົບພືດພັນຕ່າງໆໃນປ່າ ແລະ ລະບົບສັດສາວາສິ່ງຢູ່ເຂດໄຕງວຽນ ຂອງ ຫວຽດນາມ. ເຂດດັ່ງກ່າວຍັງມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ຮັກສາຄວາມດຸ່ນດ່ຽງຊີວະພາບຂອງເຂດໄຕງວຽນ ແລະ ນັບທັງເຂດພາກກາງ ແລະ ເຂດພາກໃຕ້ຕາເວັນອອກ ອີກດ້ວຍ.
ໄປຄຽງຄູ່ກັນນັ້ນ, ສອງເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ແລະ ພູພຽງ ກອນຮ່ານຶ່ງ ຕ່າງກໍໄດ້ມີຈຸດທີ່ເປັນເອກະລັກສະເພາະພົ້ນເດັ່ນຫຼາຍຢ່າງ ກ່ຽວກັບຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ທີ່ພວມດຳລົງຊີວິດຢູ່ທີ່ນີ້ອີກດ້ວຍ.
ເປັນອັນວ່າ, ໃນໄລຍະແຕ່ປີ 2000 ຫາ 2020, ຫວຽດນາມ ມີທັງໝົດ 11 ແຫ່ງ ໄດ້ຮັບການຮັບຮອງວ່າເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ, ກາຍເປັນປະເທດທີ່ມີຈຳນວນເຂດອະນຸລັກຮັກສາຊີວະນາໆພັນຫຼາຍອັນດັບ 2 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖັດຈາກ ອິນໂດເນເຊຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

