ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu
(ພາບ: Reuters)

ລັດຖະບານ ຮຸງກາຣີ ອອກແຈ້ງການເລີ່ມຂັ້ນຕອນການຖອນຕົວອອກຈາກສານອາຍາສາກົນ (ICC) ໃນວັນທີ 03 ເມສາ. ແຈ້ງການໄດ້ຍົກອອກມາໃນຈຸດເວລາທີ່ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄປຢ້ຽມຢາມ Budapest. ນີ້ແມ່ນການໄປປະຕິບັດງານຄັ້ງທີ 2 ຂອງທ່ານ Netanyahu ນັບແຕ່ເມື່ອ ICC ປະກາດຄຳສັ່ງຈັບຕົວທ່ານໃນເດືອນ ພະຈິກ 2024 ກ່ຽວຂ້ອງເຖິງການປະທະກັນ ແລະ ວິກິດການມະນຸດສະທຳຢູ່ເຂດ ກາຊາ.

ຖະແຫຼງການຂອງທ່ານຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີ ຮຸງກາຣີ Gergely Gulyás, ຊີ້ແຈ້ງວ່າ ຂັ້ນຕອນຖອນຕົວອອກຈາກ ICC ຈະໄດ້ດຳເນີນໄປຖືກຕາມກອບລັດຖະທຳມະນູນ ແລະ ນິຕິກຳສາກົນ. ພ້ອມກັນນັ້ນ, ຮຸງກາຣີ ກໍ່ຢືນຢັນວ່າ ຈະບໍ່ປະຕິບັດຄຳສັ່ງຈັບຕົວຂອງ ICC ສຳລັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Netanyahu.

ໂດຍມີປະຕິກິລິຍາຕໍ່ຖະແຫຼງການດັ່ງກ່າວ, ໂຄສົກຂອງ ICC ທ່ານ Fadi El Abdallah ຊີ້ແຈ້ງວ່າ ຮຸງກາຣີ ຍັງມີພັນທະຮ່ວມມືກັບ ICC, ທ່ານເນັ້ນໜັກວ່າ, ບັນດາປະເທດສະມາຊິກ ICC ບໍ່ສາມາດ “ກຳນົດລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາຄຳຕັດສິນທີ່ສານຍົກອອກມາພຽງລຳພັງຝ່າຍດຽວໄດ້”.