(ພິທີປະກາດໂຄງການ) |
ພິທີປະກາດໂຄງການປະສົບການໃນໂລກສະເໝືອນຈິງ (VR) “ກັບຄືນໄປຈຸດເວລາສັກກະລະບູຊາ” ຈັດຂຶ້ນໃນຕອນບ່າຍວັນທີ 20 ສິງຫາ, ຢູ່ສຳນັກງານກະຈາຍສຽງແຫ່ງຊາດ (ເລກທີ 58 ຖະໜົນ ກວານຊື, ຮ່າໂນ້ຍ). ນີ້ແມ່ນເຫດການຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 19 ສິງຫາ 2025), ວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025), ແລະ ພິທີສະເຫຼີມສະຫຼອງ 80 ປີແຫ່ງສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (VOV) (07 ກັນຍາ 1945 – 07 ກັນຍາ 2025).
ງານວາງສະແດງດັ່ງກ່າວແມ່ນຜະລິດຕະພັນຕິດພັນລະຫວ່າງປະຫວັດສາດ ແລະ ເຕັກໂນໂລຊີທັນສະໄໝ. ຜູ້ເຂົ້າຮ່ວມຈະໄດ້ກັບຄືນໄປຍັງຈຸດເວລາປະຫວັດສາດ ເມື່ອປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດ ສ້າງປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ສະໜາມຫຼວງ ບາດິ່ງ ເມື່ອວັນທີ 02 ກັນຍາ 1945. ທຸກຮູບພາບຂອງງານຊຸມນຸມມິດຕິງໄດ້ສ້າງຂຶ້ນຢ່າງລະອຽດລະອໍ, ສ້າງຄວາມຮູ້ສຶກເໝືອນຢູ່ໃນເຫດການຈິງໃຫ້ແກ່ຜູ້ເຂົ້າຢ້ຽມຊົມ.
(ທ່ານ ໂດ້ຕຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV) |
ກ່າວຄຳເຫັນທີ່ພິທີປະກາດ, ທ່ານ ໂດ້ຕຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV, ແບ່ງປັນວ່າ:
“ແນວຄິດປະຕິບັດງານວາງສະແດງປະສົບການໃນໂລກສະເໝືອນຈິງ ສະແດງໃຫ້ເຫັນບາດກ້າວບຸກທະລຸກ່ຽວກັບການນຳໃຊ້ເຕັກໂນໂລຊີໃນສື່ມວນຊົນ. ພວກຂ້າພະເຈົ້າໄດ້ສົມທົບກັບສະຖາບັນເຕັກໂນໂລຊີໄປສະນີໂທລະຄົມ ຫວຽດນາມ, ນຳໃຊ້ເອກະສານປະຫວັດສາດທີ່ລ້ຳຄ່າທີ່ສຸດ, ການໃຫ້ຄຳປຶກສາຂອງບັນດານັກຊ່ຽວຊານ, ນັກຄົ້ນຄວ້າປະຫວັດສາດທີ່ມີຊື່ສຽງ ເພື່ອສ້າງໜຶ່ງເຫດການໃນບັນດາຂີດໝາຍປະຫວັດສາດຍິ່ງໃຫຍ່ທີ່ສຸດຂອງຊາດ ຫວຽດນາມ ຄືນອີກ, ແລະ ນີ້ກໍ່ແມ່ນການເລີ່ມຕົ້ນຂອງພາລະກຳປະຫວັດສາດອັນສະຫງ່າລາສີຂອງ VOV”.
ພາຍຫຼັງເປີດປະຕູໂດຍບໍ່ເກັບຄ່າຢູ່ເຮືອນເລກທີ 58 ຖະໜົນ ກວານຊື, ປະຊາຊົນກໍ່ສາມາດໄປຮ່ວມການລົງພຶດຕິກຳຕົວຈິງໃນໂຄງການທີ່ເຕັມໄປດ້ວຍຄວາມໝາຍດັ່ງກ່າວຢູ່ສູນງານຕະຫຼາດນັດວາງສະແດງແຫ່ງຊາດ (ດົງແອັງ, ຮ່າໂນ້ຍ), ແຕ່ວັນທີ 28 ສິງຫາ ຮອດວັນທີ 05 ກັນຍາ ຈະມາເຖິງ.


