ວັດບ້າຍດິ່ງ (ພາບ: TTXVN) |
ຫວ່າງແລ້ວນີ້, ວັດບ້າຍດິ່ງ (ແຂວງນິງບິ່ງ) ມີຄວາມເປັນກຽດໂດຍ TripAdvisor - ພື້ນຖານການທ່ອງທ່ຽວທີ່ມີອິດທິພົນຊື່ສຽງແຖວໜ້າໂລກ ເຊີດຊູມອບລາງວັນ “Travellers’ Choice - ສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນ ດ້ວຍ “Blue checkmark” ພິເສດ. ວັນທີ 10 ສິງຫາ, ພະແນກການທ່ອງທ່ຽວແຂວງ ນິງບິ່ງ ໃຫ້ຮູ້ວ່າ ວັດບ້າຍດິ້ງ ແມ່ນສະຖານທີ່ທ່ອງທ່ຽວໜຶ່ງດຽວ ໃນບັນຊີລາຍຊື່ “Blue checkmark” ທີ່ໄດ້ຢັ້ງຢືນໃນ TripAdvisor. ສິ່ງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນອິດທິພົນຊື່ສຽງທີ່ພົ້ນເດັ່ນຂອງວັດ ໃນສາຍຕາຂອງເພື່ອນມິດສາກົນເທົ່ານັ້ນ, ຫາກຍັງຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈເມື່ອ ແຂກທ່ອງທ່ຽວ ຊອກຫາຂໍ້ມູນອີກດ້ວຍ. ວັດບ້າຍດິ້ງ ຕັ້ງຢູ່ໃນເຂດປູຊະນີຍະສະຖານ ຈ່າງອານ, ເຂດມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ. ວັດບັນລຸໄດ້ລະດັບສະຖິຕິຫຼາຍຢ່າງຢູ່ອາຊີ ແລະ ຫວຽດນາມ ແຕ່ລະປີໄດ້ຕ້ອນຮັບແຂກທ່ອງທ່ຽວນັບລ້ານເທື່ອຄົນ, ພິເສດມີແຂກທ່ອງທ່ຽວມາທ່ຽວເປັນຈຳນວນຫຼວງຫຼາຍ ໃນໂອກາດບັນດາວັນບຸນຍາມຕົ້ນລະດູບານໃໝ່.

