ທ່ານ ໂດ້ຕຽນສີ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ພວມກວດກາວຽກງານການກະກຽມ |
ຕອນບ່າຍວັນທີ 25 ສິງຫາ, ທ່ານ ໂດ້ຕຽນສີ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ໄປຢ້ຽມຢາມ ແລະ ກວດກາຄວາມຄືບໜ້າໃນການກະກຽມ, ປະດັບປະດາເຂດວາງສະແດງຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນງານວາງສະແດງ “ 80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”, ເຊິ່ງຈະດຳເນີນແຕ່ວັນທີ 28 ສິງຫາ ຫາວັນທີ 5 ກັນຍາ ຢູ່ສູນວາງສະແດງແຫ່ງຊາດ, ດົງແອັງ, ນະຄອນ ຮ່າໂນ້ຍ.
ເຂດວາງສະແດງຂອງວິທະຍຸກະຈາຍສຽງ ຫວຽດນາມ ດ້ວຍຫົວຂໍ້ “80 ປີ ວິທະຍຸກະຈາຍສຽງ ຫວຽດນາມ ຮ່ວມເດີນທາງພ້ອມກັບປະເທດຊາດ”, ແລະແບ່ງເປັນ 4 ເຂດຍ່ອຍ.ບໍ່ພຽງແຕ່ວາງສະແດງບັນດາວັດຖຸພັນອັນລ້ຳຄ່າເທົ່ານັ້ນ ຫາກຍັງແມ່ນສະຖານີແຫ່ງຄວາມຊົງຈຳ, ເຊິ່ງເປັນບ່ອນທີ່ມະຫາຊົນສາມາດຫວນຄືນປະຫວັດສາດດ້ວຍຫູ, ດ້ວຍສາຍຕາ ແລະ ຫົວໃຈອີກດ້ວຍ. ໄລ່ມາຮອດປັດຈຸບັນ, ວຽກງານກະກຽມເຂດວາງສະແດງພວມປະຕິບັດສຳເລັດຂອດສຸດທ້າຍ, ເພື່ອຮັບປະກັນຄວາມພ້ອມເປີດປະຕູຮັບໃຊ້ມະຫາຊົນໃນວັນທີ 28 ສິງຫາ. ທ່ານ ໂດ້ຕຽນສີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຢັ້ງຢືນວ່າ:
“ເຂດວາງສະແດງໄດ້ຈັດຂຶ້ນຢ່າງລະອຽດລະອໍ, ຮຽບຮ້ອຍ, ສ້າງຄວາມປະທັບ, ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາຜູ້ທີ່ເຄີຍນິຍົມຟັງວິທະຍຸກະຈາຍສຽງຫວຽດນາມ ແລະ ຜູ້ທີ່ໄດ້ ແລະ ພວມຮູ້ຈັກກ່ຽວກັບວິທະຍຸກະຈາຍສຽງ ຫວຽດນາມ ຈະມີຄວາມຮູ້ສຶກຫຼາຍ ເມື່ອມາຢາມເຂດວາງສະແດງຂອງ VOV ໃນງານວາງສະແດງລະດັບຊາດຄັ້ງນີ້”.

