ທ່ານ ຫງວຽນແມ້ງເກື່ອງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະພັກນະຄອນ ໂຮ່ຈີມິນ (ພາບ: TTXVN)

ໄວໜຸ່ມຂອງ 3 ປະເທດ ໄດ້ ແລະ ພວມເປັນບັນດາປັດໄຈສຳຄັນ ແມ່ນກຳລັງສືບຕໍ່ຮັດແໜ້ນໄມຕີຈິດມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ. ນັ້ນແມ່ນຄຳເຫັນຂອງທ່ານ ຫງວຽນແມ້ງເກື່ອງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະພັກນະຄອນ ໂຮ່ຈີມິນ, ໃນການພົບປະກັບການນຳນະຄອນ ແລະ ບັນດານັກສຶກສາລາວ, ກຳປູເຈຍ ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ, ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 14 ເມສາ, ຢູ່ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນແມ້ງເກື່ອງ ໃຫ້ຮູ້ວ່າ ປັດຈຸບັນ, ມີນັກສຶກສາລາວ ແລະ ນັກສຶກສາ ກຳປູເຈຍ ເກືອບ 1.500 ຄົນ ພວມຮ່ຳຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລ, ສະຖາບັນແຫ່ງຕ່າງໆຢູ່ນະຄອນ ໂຮ່ຈີມິນ. ການນຳນະຄອນ ໂຮ່ຈີມິນ ຍາມໃດກໍໃຫ້ຄວາມເອົາໃຈໃສ່ຮ່ວມເດີນທາງ, ໜູນຊ່ວຍ ເພື່ອໃຫ້ນັກສຶກສາມີຄວາມອຸ່ນອ່ຽນໃຈຄົ້ນຄວ້າ, ຮ່ຳຮຽນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງການພົວພັນທາງການທູດລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ; ສືບຕໍ່ເປັນຂົວຕໍ່ຜູກພັນຄວາມສາມັກຄີ, ການຮ່ວມມືລະຫວ່າງປະຊາຊົນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.

ການພົບປະໄດ້ດຳເນີນໃນບັນຍາກາດສາມັກຄີດ້ວຍບັນດາພິທີເປັນປະເພນີຂອງລາວ, ກຳປູເຈຍ ຄື ບາສີສູ່ຂວັນ, ຫົດນ້ຳອວຍພອນເຊິ່ງກັນ ແລະ ກັນ; ບັນດາລາຍການສະແດງສິລະປະພື້ນເມືອງ ໂດຍບັນດານັກສຶກສາລາວ, ກຳປູເຈຍ ແລະ ຫວຽດນາມ ສະແດງ.