(ພິທີໄຂກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6) |
ຕອນບ່າຍວັນທີ 29 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ ເຊີແນວ, ປະເທດ ສະວິດ, ໄດ້ຈັດພິທີໄຂກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6, ດ້ວຍຫົວຂໍ້: “ໂລກພວມມີຄວາມວຸ້ນວາຍ: ການຮ່ວມມືລັດຖະສະພາ ແລະ ລັດທິຫຼາຍຝ່າຍ ເພື່ອສັນຕິພາບ, ຍຸຕິທຳ ແລະ ວັດທະນາຖາວອນໃຫ້ປະຊາຊົນໝົດທຸກຄົນ”. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ນຳໜ້າເຂົ້າຮ່ວມກອງປະຊຸມ.
ຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ວາລະປຶກສາຫາລືລວມຂອງກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ, ລັດຖະສະພາບັນດາປະເທດຕ້ອງເພີ່ມທະວີການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ “ເຈລະຈາ ແທນທີ່ສູ້ຢັນກັນ”. ທ່ານປະທານສະພາແຫ່ງຊາດ ຖືວ່າ:
“ບັນດາລັດຖະສະພາຕ້ອງຮັກສາການຈັດເວທີປາໄສເປັນປະຈຳ ເພື່ອປຶກສາຫາລືກບັນດາບັນຫາທົ່ວໂລກ, ຈາກການປະທະກັນຢູ່ພາກພື້ນ ຕະຫຼອດຮອດສິ່ງທ້າທາຍຂ້າມຊາຍແດນ. “ດຳເນີນການເຈລະຈາ ແທນທີ່ສູ້ຢັນກັນ - ນັ້ນແມ່ນເສັ້ນທາງໜຶ່ງດຽວເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຈິດໃຈຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດ, ຊົນຊາດ”. ຊຸກຍູ້ຄວາມຍຸຕິທຳ ແລະ ສະເໝີພາບ, ຕ້ອງໃຫ້ບຸລິມະສິດບັນດານະໂຍບາຍປົກປ້ອງສິດທິມະນຸດ. ບັນດາລັດຖະສະພາຕ້ອງເພີ່ມທະວີບົດບາດຕິດຕາມ ເພື່ອໃຫ້ລັດຖະບານປະຕິບັດຄຳໝັ້ນສັນຍາກ່ຽວກັບຄວາມຍຸຕິທຳໃນສັງຄົມ”.

