ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ Rustem Umerov (ເບື້ອງຂວາ) ໃນການເຈລະຈາ ເມື່ອວັນທີ 11/3/2025 (ພາບ: THX/TTXVN)

ວັນທີ 25 ມີນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ Rustem Umerov ໃຫ້ຮູ້ວ່າ ປະເທດນີ້ສະໜັບສະໜູນສອງຂໍ້ຕົກລົງຢຸດຍິງກັບ ລັດເຊຍ ໂດຍໄດ້ປະກາດໃນວັນດຽວກັນ, ລວມທັງການຢຸດຕິການນຳໃຊ້ອາວຸດຢູ່ທະເລດຳ ແລະ ຢຸດຕິການບຸກໂຈມຕີບັນດາພື້ນຖານໂຄງລ່າງພະລັງງານ. ໄປຄຽງຄູ່ກັນນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ ກໍຢັ້ງຢືນວ່າ ຈະຖືທຸກການກະທຳຜັນຂະຫຍາຍກ່ຳປັ່ນຮົບຂອງ ລັດເຊຍ ທີ່ແລ່ນຜ່ານຂົງເຂດທາງທິດຕາເວັນອອກທະເລດຳ ແມ່ນລະເມີດເນື້ອໃນຂອງບັນດາຂໍ້ຕົກລົງ ແລະ Kiev ມີສິດປ້ອງກັນຕົວຕໍ່ໜ້າການກະທຳດັ່ງກ່າວ.

ກ່ຽວຂ້ອງເຖິງບັນຫາປະຕິບັດຄຳສັ່ງຢຸດຍິງ, ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ກໍໃຫ້ຮູ້ວ່າ ປະເທດນີ້ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບເພື່ອໃຫ້ “ຝ່າຍທີສາມ” ຄື ຕວັກກີ ຕິດຕາມກວດກາບາງແງ່ມູມຂອງຂໍ້ຕົກລົງຢຸດຍິງໃນອະນາຄົດລະຫວ່າງ ລັດເຊຍ ແລະ ຢູແກຼນ.